ວາລະ​ສານ Forbes ຫວຽດນາມ ຫາ​ກໍ​ປະກາດ​ບັນຊີ​ລາຍ​ຊື່ 50 ​ເຄື່ອງໝາຍການ​ຄ້າ​ນໍາໜ້າ​

(VOVWORLD) - ໃນບັນດາຂົງເຂດດໍາເນີນທຸລະກິດຢູ່ຫວຽດນາມ. ຍອດມູນຄ່່າເຄື່ອງໝາຍການຄ້າຂອງບັນຊີລາຍຊື່ປີ 2020 ບັນລຸກວ່າ 12,6 ຕື້ USD, ເພີ່ມຂຶ້ນ 22% ເມື່ອທຽບໃສ່ບັນຊີລາຍຊື່ຂອງປີ 2019. 

ວາລະ​ສານ Forbes ຫວຽດນາມ ຫາ​ກໍ​ປະກາດ​ບັນຊີ​ລາຍ​ຊື່ 50 ​ເຄື່ອງໝາຍການ​ຄ້າ​ນໍາໜ້າ​ - ảnh 1

ຟາມລ້ຽງງົວຂອງບໍລິສັດ Vinamilk(ພາບ:plo.vn)

       ໃນຈໍານວນ 10 ເຄື່ອງໝາຍການຄ້າທີ່ນໍາໜ້ານັ້ນ ມີບັນດາເຄື່ອງໝາຍການຄ້າທີ່ລື້ງເຄີຍຄື ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ (Viettel); ບໍລິສັດຫຸ້ນສ່ວນນໍ້ານົມຫວຽດນາມ (Vinamilk); ກຸ່ມບໍລິສັດໄປສະນີ, ໂທລະຄົມມະນາຄົມຫວຽດນາມ (VNPT); ກຸ່ມບໍລິສັດຫຸ້ນສ່ວນ ເບຍ - ເຫຼົ້າ - ນໍ້າຫວານ ໄຊງ່ອນ (Sabeco)... ໃນ Top 10 ເຄື່ອງໝາຍການຄ້າດັ່ງກ່າວ ໄດ້ກວມເອົາ 30% ຍອດມູນຄ່າຂອງບັນຊີລາຍຊື່ທັງໝົດ. ຢືນອັນດັບໜຶ່ງໃນບັນຊີລາຍຊື່ປີນີ້ ແມ່ນ Viettel ດ້ວຍມູນຄ່າເຄື່ອງໝາຍການຄ້າຫຼາຍກວ່າ 2,9 ຕື້ USD, ຖັດມາແມ່ນ Vinamilk, ດ້ວຍມູນຄ່າເຄື່ອງໝາຍກວ່າ 2,4 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ