ວາລະສານ ອິນເດຍ: ຂົວ ຫວ່າງ (ດ່ານັ້ງ) ນອນໃນບັນຊີລາຍຊື່ຂົວ 10 ແຫ່ງທີ່ມີລັກສະນະເປັນສັນຍາລັກຂອງໂລກ

(VOVWORLD) - ຂົວ ຫວ່າງ, ຫຼື ຍັງມີຊື່ທີ່ວ່າ ຂົວ ຝາມື, ແມ່ນກິດຈະກຳນອນໃນເຂດທ່ອງທ່ຽວ Sun World Ba Na Hills Da Nang, ນະຄອນ ດ່ານັ້ງ, ຫວຽດນາມ ເຊິ່ງໄດ້ເປີດເຄື່ອນໄຫວໃນເດືອນ ມິຖຸນາ 2018.
ວາລະສານ ອິນເດຍ: ຂົວ ຫວ່າງ (ດ່ານັ້ງ) ນອນໃນບັນຊີລາຍຊື່ຂົວ 10 ແຫ່ງທີ່ມີລັກສະນະເປັນສັນຍາລັກຂອງໂລກ - ảnh 1(ພາບປະກອບ: SunGroup)

        ຫວ່າງມໍ່ໆມານີ້, ວາລະສານ Luxebook ຂອງ ອິນເດຍ ໄດ້ຄັດເລືອກຂົວແຫ່ງຕ່າງໆມີສະຖາປັດຕະຍາກຳທີ່ມີລັກສະນະເປັນສັນຍາລັກຂອງໂລກ, ແມ່ນສະຖານທີ່ທ່ອງທ່ຽວທີ່ຄວນໄປຢ້ຽມຢາມ. ຂົວ ຫວ່າງ (ຂົວຄຳ) ຢູ່ ດ່ານັ້ງ, ຫວຽດນາມ ໄດ້ຈັດເຂົ້າບັນຊີລາຍຊື່ນີ້.

        ວາລະສານ Luxebook ໄດ້ຍ້ອງຍໍຂົວ ຫວ່າງ ວ່າບໍ່ພຽງແຕ່ແມ່ນກິດຈະກຳສະຖາປັດຕະຍາກຳທຳມະດາເທົ່ານັ້ນ ຫາກຍັງໄດ້ ແລະ ພວມຢືນຢັນວ່າແມ່ນສັນຍາລັກໃໝ່ຂອງການທ່ອງທ່ຽວ ດ່ານັ້ງ ນັບແຕ່ເມື່ອເປີດສະຫຼອງ ນັບແຕ່ເມື່ອ “ເປີດນຳໃຊ້”, ຂົວແຫ່ງນີ້ໄດ້ກາຍເປັນສະຖານທີ່ມີຊື່ສຽງ ເປັນບ່ອນຖ່າຍຮູບຫຼາຍກວ່າໝູ່ຢູ່ ດ່ານັ້ງ.

        ຂົວ ຫວ່າງ, ຫຼື ຍັງມີຊື່ທີ່ວ່າ ຂົວ ຝາມື, ແມ່ນກິດຈະກຳນອນໃນເຂດທ່ອງທ່ຽວ Sun World Ba Na Hills Da Nang, ນະຄອນ ດ່ານັ້ງ, ຫວຽດນາມ ເຊິ່ງໄດ້ເປີດເຄື່ອນໄຫວໃນເດືອນ ມິຖຸນາ 2018.

ຕອບກັບ

ຂ່າວ/ບົດ​ອື່ນ