ວາລະສານທີ່ມີຊື່ສຽງຂອງຝລັ່ງຍ້ອງຍໍຜົນງານໃນໄລຍະ 30 ປີແຫ່ງການປ່ຽນໃໝ່ຂອງຫວຽດນາມ

ວາລະສານທີ່ມີຊື່ສຽງຂອງຝລັ່ງຍ້ອງຍໍຜົນງານໃນໄລຍະ 30 ປີແຫ່ງການປ່ຽນໃໝ່ຂອງຫວຽດນາມ - ảnh 1
ນັກ​ຂ່າວ​ Joseph Ahekoe
(ພາບ: Bích Hà- TTXVN)

(vovworld) - ​ວາ​ລະ​ສານ​ພາ​ສາ​ຝ​ລັ່ງ “Francophonie Actualites”, ເຊິ່ງ​ແມ່ນ​ວາ​ລະ​ສານ​ທີ່​ມີ​ຊື່​ສຽ​ງ​ຂອງ​ຝ​ລັ່ງ, ໄດ້​ຈຳ​ໜ່າຍ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລ​ກ ຫາ​ກໍ​່ອອກ​ສະ​ບັບ​ພິ​ເສດ 40 ໜ້າ​​ແມ່ນ​ສະ​ຫງວນເພື່ອ​ລົງ​ພິມ​ບັນ​ດາ​ຂ່າວ ແລະ ບົດ​ໂຄ​ສະ​ນາ​ກ່ຽວ​ກັບ​ຜົນ​ງາ​ນ​ຂອງ​ກອງ​ປະ​ຊຸມ​ໃຫຍ່​​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ຜົນ​ງານ​​ໄລ​ຍະ 30 ​ປີແຫ່ງ​ການ​ປ່ຽນ​ໃໝ່​ຂອງ​ຫວຽດ​ນາມ. ບັນ​ດາ​ຂ່າວ, ບົດ​​ກ່ຽວ​ກັບ​ຫວຽດ​ນາມໂ​ດຍ​​ນັກ​ຂ່າວ​ Joseph Ahekoe, ຜູ້​ອຳ​ນວຍ​ກາ​ນ​ຮັບ​ຜິດ​ຊອບ​ການພິມ​ຈຳ​ໜ່າຍ ພ້ອມ​ທັງ​​ເປັນ​ທູດ​ພິ​ເສດ​ຂອງວາ​ລະ​ສານ ​ທີ່ກອງ​ປະ​ຊຸມ​ໃຫຍ່​​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ເປັນ​ຜູ້​ຂຽນ, ໃນ​ນັ້ນ​ມີ​​ຫຼາຍບົດສັງລວ​ມ, ບົດສຳ​ພາດ, ໄຈ້​ແຍກ​ເຮັດ​​ໃຫ້ຫວຽດ​ນາມ ​ພົ້ນ​ເດັ່ນມີ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ມີ​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງ​ໃນ​ຫຼາຍ​ທົດ​ສະ​ວັດ, ປະ​ຕິ​ບັດ​ວ​ຽກ​ງານ​ການ​ເຊື່ອມ​ຕໍ່​​ລະ​ດັບ​ເຕີບ​ໂຕ​ດ້ານ​ເສດ​ຖ​ະ​ກິດ​ກັບ​ຄວາມ​ກ້າວ​ໜ້າ ແລະ ຄວາມ​ຍຸ​ຕິ​ທຳ​​ທາງສັງ​ຄົມ​ນັບ​ມື້​ນັບ​ດີ.

        ໃນ​ບົດ​ຂ​ຽນ “30 ປີ​ແຫ່ງ​ການ​ປ່ຽນ​ໃໝ່ ດ້​ວຍ​​ເປົ້າ​ໝາຍ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ”, ນັກ​ຂ່າວ​ Joseph Ahekoe ຢືນ​ຢັນ​ວ່າ, ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ໃໝ່ ໄດ້​ເລີ່ມ​ປະ​ຕິ​ບັດ​ເມື່ອ​ປີ 1986 ດ້​ວຍ​ເນື້ອ​ແທ​້​ແມ່ນ​ການ​ປະ​ຕິ​ວັດ​ຂອງວິ​ວັດ​ການ​ຫັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງ, ຮອບ​ດ້ານ​ເພື່ອ​ແນ​ໃສ່​ປະ​ຕ​ິ​ບັດ​ເປົ້າ​ໝາຍ “ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັ​ງ​ຄົມປະ​ຊາ​ທິ​ປະ​ໄຕ, ​ຍຸ​ຕິ​ທຳ, ສີ​ວິ​ໄລ”. ຕາມ​ບົດ​ຂຽນ​ແລ້ວ, ພາຍ​ຫຼັງໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່ (1986 - 2016), ​ປະ​ຈຸ​ບັນ, ຫວຽດ​ນາມພວມ​ຍູ້​ແຮງ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ໄລ​ຍະ 30 ປີ​ແຫ່​ງ​ການ​ປ່ຽນ​ແປງ​ໃໝ່​ແມ່ນ​ໄລ​ຍະ​ປະ​ຫວັດ​ສາດ​​ສຳ​ຄັນ ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ເປັນ​ຂີດ​ໝາຍ​​ແຫ່ງ​ການ​ເຕີບ​​ໃຫ​ຍ່ ແລະ ເຂັ້ມ​ແຂງ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ. ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ການ​ຂຽນບົ​ດ​ໄຈ້​ແຍກ ແລະ ​ກ​ານໃຫ້​ຂໍ້​ສັງ​ເກດ​ແມ່ນ​ບັນ​ດາ​ເອ​ກະ​ສານ​ຫວນ​ຄືນ​ບັນ​ດາ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ຄັ້ງ​ຕ່າງໆ, ​ບົດ​ສຳ​ພາດ​ບັນ​ດາ​ກາ​ນ​ນຳ​ຫວຽດ​ນາມ. ວາ​ລະ​ສານກໍ​່​ໄດ້​ແນະ​ນຳ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ຂ​ອງ​ບັນ​ດາ​ນະ​ຄອນ​ໃຫຍ່​ຂອງ​ຫວຽດ​ນາມ​ຄື: ຮ່າ​ໂນ້ຍ, ນະ​ຄອ​ນ​ໂຮ່​ຈິ​ມິນ​, ດ່ານັ້ງ, ຫາຍ​ຟ່ອງ, ໂຮ້ຍ​ອານ. ບົດຂຽນ​ຍັງ​ໄດ້​ລົງ​ພິມ​ບັນ​ດາ​ເອ​ກະ​ສານ ແລະ ແຜນ​ທີ່​ປະ​ຫວັດ​ສາດ​ທີ່​ຢັ້ງ​ຢືນ​​ເຖິງອະ​ທິ​ປະ​ໄຕ​ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ