ວາລະອະພິປາຍທີ່ລັດຖະສະພາເອີຣົບ ກ່ຽວກັບ ສັນຍາການຄ້າເສລີ ຫວຽດນາມ - ອີຢູ

(VOVWORLD) -ວັນທີ 10 ຕຸລາ, ຄະນະກໍາມາທິການການຄ້າສາກົນ (INTA) ສັງກັດລັດຖະສະພາເອີຣົບ (EP) ໄດ້ຈັດຕັ້ງວາລະອະພິປາຍເປີດ ກ່ຽວກັບ ສັນຍາການຄ້າເສລີ (FTA) ແລະ ສັນຍາປົກປ້ອງການລົງທຶນ (IPA) ລະຫວ່າງ ສະຫະພາບ ເອີຣົບ (ອີຢູ) ແລະ ຫວຽດນາມ. 

ວາລະອະພິປາຍທີ່ລັດຖະສະພາເອີຣົບ ກ່ຽວກັບ ສັນຍາການຄ້າເສລີ ຫວຽດນາມ - ອີຢູ - ảnh 1ທ່ານ ເຈິ່ນກວ໊ກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ, ຫົວໜ້າຄະນະເຈລະຈາ ຫວຽດນາມ ກ່າວຄໍາເຫັນທີ່ວາລາອະພິປາຍ (ພາບ:TTXVN)

ກ່າວຄໍາເຫັນນະທີ່ນີ້, ທ່ານ ເຈິ່ນກວ໊ກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ, ຫົວໜ້າຄະນະເຈລະຈາ ຫວຽດນາມ ໃຫ້ຮູ້ວ່າ ໃນສະພາບການທີ່ລັດທິອາລັກຂາພວມເພີ່ມຂຶ້ນ, ຫວຽດນາມ ຢຶດໝັ້ນສະໜັບສະໜູນບັນດາການພົວພັນຫຼາຍຝ່າຍ ໂດຍອີງໃສ່ບັນດາຫຼັກການສະເໝີຕົ້ນສະເໝີປາຍ. ເມື່ອຢັ້ງຢືນວ່າ ຫວຽດນາມ ແລະ ອີຢູ ແມ່ນຄູ່ຮ່ວມມືໃຫຍ່ຂອງກັນ, ທ່ານ ເຈິ່ນກວ໊ກແຄ໊ງ ໄດ້ຕີລາຄາສູງຕໍ່ບັນດາຜົນປະໂຫຍດ ໂດຍສັນຍາສະບັບດັ່ງກ່າວນໍາມາໃຫ້, ນັບແຕ່ເລື່ອງເພີ່ມທະວີການແລກປ່ຽນການຄ້າ ຕະຫຼອດ ຮອດການຊຸກຍູ້ການລົງທຶນຂອງເອີີຣົບ ເຂົ້າຫວຽດນາມ ໃນຂົງເຂດຄົມມະນາຄົມ-ຂົນສົ່ງ ແລະ ຍົກສູງບັນດາມາດຕະຖານຂອງຫວຽດນາມ ເພື່ອໃຫ້ເໝາະສົມກັບໂລກ.

        ຫົວໜ້າຄະນະເຈລະຈາອີຢູ, ທ່ານ Helena Konig ຮອງຫົວໜ້າກົມໃຫຍ່ການຄ້າ ເອີຣົບ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງສັນຍາ FTA ແລະ IPA ລະຫວ່າງ ອີຢູ ກັບຫວຽດນາມ, ພ້ອມທັງຢືນຢັນຄວາມດູດດື່ມຂອງຫວຽດນາມ ດ້ວຍກໍາລັງແຮງດ້ານເສດຖະກິດ ນັບມື້ນັບເພີ່ມຂຶ້ນ ໃນຕະຫຼາດທີ່ມີຈໍານວນພົນລະເມືອງ 95 ລ້ານຄົນ.

        ທີ່ເຫດການ, ນັກບັນລະຍາຍຫຼາຍຄົນ ໄດ້ໃຫ້ຂໍ້ສັງເກດວ່າ ສັນຍາ EVFTA ແມ່ນກາລະໂອກາດທີ່ດີ ເພື່ອເພີ່ມທະວີການຮ່ວມມືລະຫວ່າງ ອີຢູ - ຫວຽດນາມ ໃນບັນດາຂົງເຂດ ຄື ການປົກປັກຮັກສາປ່າໄມ້, ປົກປັກຮັກສາສິ່ງແວດລ້ອມ ກໍຄື ເພີ່ມໂອກາດສົ່ງອອກບັນດາຜະລິດຕະພັນຂຽວ ແລະຕອບສະໜອງໄດ້ຕາມເປົ້າໝາຍຂອງການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ