ວາ​ລະ​ໂອ້​ລົ​ມ​ສົນ​ທະ​ນາ​ລັດ​ເຊຍ-ອາ​ຊຽນ

(VOVWORLD) -ທ່ານປະທານສະພາດຳເນີນທຸລະກິດລັດເຊຍ-ອາຊຽນ Ivan Polyakov ຖືວ່າ ຄວາມສາມາດຮ່ວມມືລະຫວ່າງອາຊຽນ– EAEU ແມ່ນໃຫ່ຍຫຼວງທີ່ສຸດ ພ້ອມທັງລະດັບການເຕີບໂຕເສດຖະກິດຂອງອາຊຽນ ແມ່ນສູງທີ່ສູດ.
ວາ​ລະ​ໂອ້​ລົ​ມ​ສົນ​ທະ​ນາ​ລັດ​ເຊຍ-ອາ​ຊຽນ - ảnh 1

 (ພາບ: TASS)

  ວັນທີ 2 ກັນຍາ, ວາລະໂອ້ລົມສົນທະນາລັດເຊຍ-ອາຊຽນ ໄດ້ຈັດຂຶ້ນໃນຂອບເຂດເວທີປາໄສເສດຖະກິດເຂດຕາເວັນອອກໄກ (EEF) 2021  ທີ່ພວມດຳເນີນໄປຢູ່ເກາະ Russkyi ນະຄອນ Vladivostosk ປະເທດລັດເຊຍ ໂດຍມີການເຂົ້າຮ່ວມຂອງບັນດານັກທຸລະກິດ, ນັກຮຽນຮູ້, ເຈົ້າໜ້າທີ່ຂັນສູງລັດຖະບານ.

ໃນບົດກ່າວປາໄສແບບທາງໄກ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນຮົງຢຽນ ຊີ້ແຈ້ງວ່າ ບັນດາປະເທດອາຊຽນ ພ້ອມແລ້ວທີ່ຈະສົມກັບກັບລັດເຊຍ ຢ່າງແໜ້ນແຟ້ນ ເພື່ອຊຸກຍຸ້ການຄ້າ, ການລົງທຶນ, ຮັກສາລະບົບສະໜອງໃນພາກພື້ນ, ເພີ່ມທະວີການຮ່ວມມືລະຫວ່າງສະຫະພາບເສດຖະກິດອາຊີ-ເອີລົບ (EAEU) ກັບອາຊຽນ. ທ່ານຢືນຢັນວ່າ ໂດຍແມ່ນສະມາຊິກທີ່ຕັ້ງໜ້າຂອງອາຊຽນ, ພ້ອມທັງແມ່ນຄູ່ຮ່ວມມືໜ້າໄວ້ເນື້ອເຊື່ອໃຈຂອງລັດເຊຍ, ຍາມໃດຫວຽດນາມ ກໍ່ພ້ອມແລ້ວທີ່ຈະເປັນຂົວຕໍ່ໃຫ້ແກ່ວິສາຫະກິດລັດເຊຍ ກໍ່ຄື EAEU ເພື່ອເປີດກ້ວາງການພົວພັນກັບບັນດາປະເທດອາຊຽນ.

ເມື່ອຕອບສຳພາດນັກຂ່າວຫວຽດນາມ ພາຍຫຼັງວາລະໂອ້ລົມສົນທະນາ, ທ່ານປະທານສະພາດຳເນີນທຸລະກິດລັດເຊຍ-ອາຊຽນ Ivan Polyakov ຖືວ່າ ຄວາມສາມາດຮ່ວມມືລະຫວ່າງອາຊຽນ– EAEU ແມ່ນໃຫ່ຍຫຼວງທີ່ສຸດ ພ້ອມທັງລະດັບການເຕີບໂຕເສດຖະກິດຂອງອາຊຽນ ແມ່ນສູງທີ່ສູດ. ທ່ານຫວັງວ່າ ຫວຽດນາມ ແລະ ບັນດາປະເທດອາຊຽນ ຈະນັບມື້ນັບມີຄວາມເອົາໃຈໃສ່ເພີ່ມທະວີການຮ່ວມມືກັບສະຫະພັນລັດເຊຍ ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ