ວຽກງານກົງສູນສືບຕໍ່ຍົກສູງກຳລັງຄວາມສາມາດຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນສະພາບການໃຫມ່

ວຽກງານກົງສູນສືບຕໍ່ຍົກສູງກຳລັງຄວາມສາມາດຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນສະພາບການໃຫມ່ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ມອບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ​ຫນຶ່ງ​ໃຫ້​ກົມ​ກົງ​ສູນ(TTXVN)

(vovworld)-  ​ວັນ​ທີ 7/12 ຢູ່ ຮ່າ​ໂນ້ຍ, ກົມ​ກົງ​ສູນ (ກະ​ຊວງ​ການ​ຕ່າງ​ປະ​ເທດ) ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ (1946-2016) ແລະ ຮັບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ​ຫນຶ່ງ​ຄັ້ງ​ທີ 2, ຊື່ງ​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ພັກ ແລະ ລັດ​ມອບ​ໃຫ້. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຫງວຽນ​ກວກ​ຢູງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ 70 ປີ​ຜ່ານ​ມາ, ກົມ​ກົງ​ສູນ ໄດ້​ສຳ​ເລັດ​ຫນ້າ​ທີ່​ເປັນ​ຢ່າງ​ດີ, ສ້າງ​ຜົນ​ງານ​ຫລາຍ​ຢ່າງ​ໃນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງ​ຂະ​ແຫນງ​ການ​ຕ່າງ​ປະ​ເທດ​ຊື່ງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກພັກ ແລະ ລັດ ​ດ້ວຍ​ໃບ​ຍ້ອງ​ຍໍ ແລະ ນາມ​ມະ​ຍົດເປັນ​ຈຳ​ນວນ​ຫລາຍ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ກວກ​ຢູງ ເນັ້ນ​ຫນັກ​ວ່າ: ກົງ​ສູນ​ແມ່ນ​ວຽກ​ງານ​ວິ​ຊາ​ສະ​ເພາະ​ໃຫຍ່ ແລະ ສຳ​ຄັນ​ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ. ຂອບ​ເຂດ​ວຽກ​ງານ​ກົງ​ສູນ​ລວມ​ມີ​ຫລາຍ​ຂົງ​ເຂດ ແລະ ເປັນ​ຫລາຍ​ຮ​ູບ​ຫລາຍ​ແບບ. ວຽກ​ງານ​ກົງ​ສູນ ມີ​ຄວາມ​ໝາຍ​ສຳ​ຄັນ​ນັບ​ທັງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ກວກ​ຢູງ ສະ​ເຫນີ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກົມ​ກົງ​ສູນ​ຄວນ​ສືບ​ຕໍ່​ສຳ​ເລັດ​ວຽກ​ງານ​ຈັດ​ຕັ້ງ, ວິ​ຊາ​ສະ​ເພາະ​ແລະ ບຸກ​ຄະ​ລາ​ກອນ.


ຕອບກັບ

ຂ່າວ/ບົດ​ອື່ນ