ວຽກງານກະກຽມໃຫ້ວັນບຸນວິສາຂະບູຊາ ສຳເລັດໂດຍພື້ນຖານ

ວຽກງານກະກຽມໃຫ້ວັນບຸນວິສາຂະບູຊາ ສຳເລັດໂດຍພື້ນຖານ - ảnh 1
(ທ່ານ​ນາງ ຮ່າ​ທິຄ໋ຽດ ຢ້ຽມຢາມ, ອວຍພອນ​ສະພາບໍລິຫານ​ງານ
ສູນ​ກາງສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ)


(vovworld) - ຕອນ​ເຊົ້າ​ວັນ​ທີ 06/05, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮ່າ​ທິຄ໋ຽດ, ຫົວ​ໜ້າ​ຄະນະ​ຂົນ​ຂວາ​ຍປະຊາຊົນ​ສູນ​ກາງພັກ​ກອມ​ມູນິດຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ສະພາບໍລິຫານ​ງານສູນ​ກາງສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ເນື່ອງ​ໃນ​ໂອກາດວັນບຸນວິສາຂະບູຊາ ປີ 2014. ທ່ານ​ນາງ ຮ່າ​ທິຄ໋ຽດ ​ໄດ້​ຕີ​ລາຄາ​ສູງ ​ແລະ ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຂອງສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ກຸສົນ​ສັງຄົມ; ກໍ່ສ້າງ​ວັດ​ຢູ່​ບັນດາ​​ເຂດປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເຂດ​ໝູ່​ເກາະ​ທະ​ເລ. ທ່ານ​ນາງ ຮ່າ​ທິຄ໋ຽດ ປາດ​ຖະໜາ​ວ່າ ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ສືບ​ຕໍ່​ຮ່ວມ​ເດີນທາງ​ພ້ອມ​ກັບ​ປະ​ເທດ​ຊາດ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປ່ຽນ​ໃໝ່​ປະ​ເທດ​ຊາດ. ທີ່​ການ​ຕ້ອນຮັບ, ພະ​ອາຈານ​ມະຫາ ທິ໋ກ​ແທງ​ຍ້ຽວ, ຮອງ​ປະທານ​ຜູ້​ປະຈຳການ​ສະພາ​ບໍລິຫານງານ​ສູນ​ກາງສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ໄດ້​ຂອບ​ໃຈຕໍ່ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ກໍ່​ຄື​ບັນດາ​ຄະນະ, ຂະ​ແໜງ​ການ, ໝູ່​ຄະນະ ​ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ເຊິ່ງ​ໄດ້​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ. ກ່ຽວ​ກັບ​ວຽກ​ງານ​ກະກຽມ​ໃຫ້ວັນບຸນວິສາຂະບູຊາ ປີ 2014, ພະ​ມະຫາ​ອາຈານ ທິ໋ກ​ແທງ​ຍ້ຽວ ​ໃຫ້​ຮູ້​ວ່າ: ມາ​ຮອດ​ປະຈຸ​ບັນ, ວຽກ​ງານ​ກະກຽ​ມ​ໃຫ້ວັນບຸນວິສາຂະບູຊາ​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ​​ແລ້ວ ​ເພື່ອ​ຕ້ອນຮັບ​ບັນດາ​ຜູ້​ແທນ​ພາຍ​ໃນ ​ແລະ ຜູ້​ແທນ​ຕ່າງປະ​ເທດ​ກວ່າ 80 ຄະນະ.

ຂ່າວ/ບົດ​ອື່ນ