ວຽກງານການຕ່າງປະເທດຂອງສະພາແຫ່ງຊາດນັບມື້ນັບເປັນມືອາຊີບ, ທັນສະໄໝ

(VOVWORLD) -ກຳມາທິການການຕ່າງປະເທດສະພາແຫ່ງຊາດຊຸດທີ XV ໄດ້ຈັດວາລະປະຊຸມຄັ້ງປະຖົມມະລຶກ ເພື່ອຜັນຂະຫຍາຍວຽກງານຈັດຕັ້ງ, ບຸກຄະລາກອນ ແລະ ແລກປ່ຽນບັນດາການກຳນົດທິດໃຫຍ່ໃຫ້ແກ່ການຜັນຂະຫຍາຍບັນດາໜ້າທີ່ໃນສະໄຫມຂອງກຳມາທິການ
ວຽກງານການຕ່າງປະເທດຂອງສະພາແຫ່ງຊາດນັບມື້ນັບເປັນມືອາຊີບ, ທັນສະໄໝ - ảnh 1ວາລະປະຊຸມຄັ້ງປະຖົມມະລຶກ
(ພາບ: TTXVN)

ຕອນບ່າຍວັນທີ 26 ກໍລະກົດ, ກຳມາທິການການຕ່າງປະເທດສະພາແຫ່ງຊາດຊຸດທີ XV ໄດ້ຈັດວາລະປະຊຸມຄັ້ງປະຖົມມະລຶກ ເພື່ອຜັນຂະຫຍາຍວຽກງານຈັດຕັ້ງ, ບຸກຄະລາກອນ ແລະ ແລກປ່ຽນບັນດາການກຳນົດທິດໃຫຍ່ໃຫ້ແກ່ການຜັນຂະຫຍາຍບັນດາໜ້າທີ່ໃນສະໄຫມຂອງກຳມາທິການ, ກໍຄືບາງວຽກງານນັບແຕ່ນີ້ຮອດສະໄໝກອງປະຊຸມຄັ້ງທີ 2 ຂອງສະພາແຫ່ງຊາດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ເຈິນແທັງເໝີນ ສະເໜີໃຫ້ກຳມາທິການສະພາແຫ່ງຊາດຊຸດທີ XV ສືບຕໍ່ຜັນຂະຫຍາຍບັນດາແຜນນະໂຍບາຍໃຫຍ່ຂອງພັກ ກ່ຽວກັບການເສີມຂະຫຍາຍບົດບາດປະຈັນບານຂອງວຽກງານການຕ່າງປະເທດ, ສ້າງພື້ນຖານການທູດຢ່າງຮອບດ້ານ, ທັນສະໄໝ ດ້ວຍ 3 ເສົ້າຄ້ຳແມ່ນ ການຕ່າງປະເທດພັກ, ການຕ່າງປະເທດລັດ ແລະ ການທູດປະຊາຊົນ; ນຳວຽກງານການຕ່າງປະເທດຂອງສະພາແຫ່ງຊາດໃຫ້ຂຶ້ນສູ່ລະດັບສູງໃໝ່, ເປັນມືອາຊີບ, ທັນສະໄໝ, ມີປະສິດທິຜົນ ແລະ ແທດຈິງກວ່າ. ກຳມາທິການຄວນສືບຕໍ່ຍົກສູງຄຸນນະພາບການຄົ້ນຄວ້າ, ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ສ້າງລະບົບກົດໝາຍໃຫ້ສົມບູນແບບ ເພື່ອຮັບໃຊ້ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ ກໍຄືການຕັດສິນບັນດາບັນຫາສຳຄັນກ່ຽວກັບການທູດ, ເອົາໃຈໃສ່ຕິດຕາມກວດກາການປະຕິບັດຄຳໝັ້ນສັນຍາສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ