ວຽກງານການທູດບຸລິມະສິດຮັບໃຊ້ບັນດາຄາດໝາຍພັດທະນາແບບຍືນຍົງຂອງປະເທດຊາດ

ວຽກງານການທູດບຸລິມະສິດຮັບໃຊ້ບັນດາຄາດໝາຍພັດທະນາແບບຍືນຍົງຂອງປະເທດຊາດ - ảnh 1
(ວຽກ​ງານ​ການ​ທູດບຸ​ລິ​ມະ​ສິດ​ຮັບ​ໃຊ້​ບັນ​ດາ​ຄາດ​ໝາຍ
​ພັດ​ທະ​ນາ​ແບບ​ຍື​ນ​ຍົງຂອງ​ປ​ະ​ເທດ​ຊາດ)

(vovworld) - ເນື່ອງ​ໃນ​ໂອ​ກາດກອງ​ປະ​ຊຸ​ມ​ການ​ທູດ​ຄັ້ງ​ທີ 29, ຕອນ​ບ່າຍ​ວັນ​ທີ 25/08, ຢູ່​ສຳ​ນັກ​ງານ​ປະ​ທ​ານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄ​ດ້​ມີ​ການ​ພົບ​ປະ​ ແລະ ໂອ​້​ລົມ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ​ຂອງ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ກັບ​​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ແລກ​ປ່ຽນ​ກັບບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ​ຂອງ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ຂອງ​ປະ​ເທດຊາດ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ… ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ, ສ້າງ​​ກອບ​ການ​ພ​ົວ​ພັນ​ມິດ​ຕະ​ພາບກັບ​ບັນ​ດາ​ປະ​ເທດ, ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເອ​ກະ​ພາບ, ພືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້​ນ​ຄົງ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້​າຍກວາງ ຊີ້​ແຈ​້ງວ່າ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ກຳ​ນົດ​ແຈ້ງ​ແນວ​ທາງ, ນະ​ໂຍ​ບາຍ​, ທິດ​ນຳ, ຫຼັກ​ການ ແລະ ໜ້າ​ທີ່​ວຽກ​ງານກ​ານ​ທູດ ດ້ວຍ​ຈິດ​ໃຈເປັນ​ເຈົ້າ​ການ, ຕັ້ງ​ໜ້າເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບໃຫ້​ໝັ້​ນ​ຄົງ, ຍາດ​ແຍ່ງບັນ​ດາ​ແຫຼ່ງ​ກຳ​ລັງ​ພາຍນ​ແກ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ… ບົນ​ຈິດ​ໃຈ​ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້​າຍກວາງ ສະ​ເໜີ​ໃຫ້​ບັນ​ດາ​ອົງ​ການ​ຕາງ​ໜ້າ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ເອົາ​ໃຈ​ໃສ່ເປັ​ນ​ພິ​ເສດສືບ​ຕໍ່​ປ່ຽນ​ໃໝ່​ແນວ​ຄິດ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ຕາມ​ທິດຫັນ​ປ່ຽນ​ຈຸດ​ສຸມ​ຢ່າງ​ແຮງ ແລະ ບຸ​ລິ​ມະ​ສິດ​ຮັບ​ໃຊ້ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂ​ອງ​ປະ​ເທດ​ຊາດ, ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງປະ​ເທດຊ​າດ​ໃຫ້​ເປັນ​ຢ່າງ​ດີ​ທີ່​ສຸດ, ຍົກ​ສູງ​ທີ່​ຕັ້ງ​ຂອງ​ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ.

ຂ່າວ/ບົດ​ອື່ນ