ວຽກງານການທູດປະຊາຊົນສືບຕໍ່ເສີມຂະຫຍາຍບົດບາດ, ເພື່ອຜົນປະໂຫຍດແຫ່ງຊາດ, ຊົນຊາດ

(VOVWORLD) - ໃນໄລຍະຈະມາເຖິງ, ຕ້ອງສືບຕໍ່ສ້າງການຫັນປ່ຽນຢ່າງແຮງ ກ່ຽວກັບຄວາມຮັບຮູ້, ສ້າງຍຸດທະສາດ, ແຜນການພັດທະນາການພົວພັນຄູ່ຮ່ວມມື ປະຊາຊົນ
ວຽກງານການທູດປະຊາຊົນສືບຕໍ່ເສີມຂະຫຍາຍບົດບາດ, ເພື່ອຜົນປະໂຫຍດແຫ່ງຊາດ, ຊົນຊາດ - ảnh 1ທີ່ກອງປະຊຸມ
(ພາບ: daidoanket.vn)

  ຕອນເຊົ້າວັນທີ 03 ມັງກອນ, ຢູ່ ຮ່າໂນ້ຍ, ຄະນະພົວພັນຕ່າງປະເທດສູນກາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ການທູດປະຊາຊົນປີ 2023, ຜັນຂະຫຍາຍໜ້າທີ່ປີ 2024.

   ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ໄດ້ຕີລາຄາສູງບັນດາໝູ່ຄະນະ, ອົງການຈັດຕັ້ງປະຊາຊົນໃນປີຜ່ານມາ ໄດ້ເສີມຂະຫຍາຍທິດນຳທີ່ວ່າ “ເປັນເຈົ້າການ, ມີໄຫວພິບ, ປະດິດຄິດສ້າງ, ບັນລຸປະສິດທິຜົນ”, ຜັນຂະຫຍາຍບັນດາການເຄື່ອນໄຫວ ການທູດປະຊາຊົນຢ່າງຄົບຊຸດ, ຕັ້ງໜ້າປະກອບສ່ວນເຂົ້າໃນຜົນງານລວມຂອງວຽກງານພົວພັນຕ່າງປະເທດຂອງ ຫວຽດນາມ. ກ່ຽວກັບບາງໜ້າທີ່ຕົ້ນຕໍຂອງການທູດປະຊາຊົນໃນປີ 2024, ທ່ານ ເລຮ່ວາຍຈຸງ, ເນັ້ນໜັກວ່າ:

        “ບົດບາດການທູດປະຊາຊົນ ຕ້ອງສືບຕໍ່ໄດ້ຮັບຮູ້ຢ່າງຄົບຖ້ວນ. ພັກກອມມູນິດ ຫວຽດນາມ ກໍ່ກຳນົດແຈ້ງ ແລະ ເປັນຄັ້ງທຳອິດທີ່ມະຕິ XIII ຂອງພັກຊີ້ແຈ້ງ 3 ເສົາຄ້ຳແມ່ນ: ການພົວພັນຕ່າງປະເທດຂອງພັກ, ການທູດແຫ່ງລັດ ແລະ ການທູດປະຊາຊົນ. ໃນໄລຍະຈະມາເຖິງ, ຕ້ອງສືບຕໍ່ສ້າງການຫັນປ່ຽນຢ່າງແຮງ ກ່ຽວກັບຄວາມຮັບຮູ້, ສ້າງຍຸດທະສາດ, ແຜນການພັດທະນາການພົວພັນຄູ່ຮ່ວມມືປະຊາຊົນ, ຍົກລະດັບການທູດຫຼາຍຝ່າຍ, ປະຕິບັດວຽກງານຊາວ ຫວຽດນາມ ອາໃສຢູ່ຕ່າງປະເທດໃຫ້ເປັນຢ່າງດີກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ