ວຽກ​ງານ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ທີ່ໄດ້​ວາງ​ອອກ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຖືວ່າ: ມາຮອດປະຈຸບັນ, ວຽກງານການເລືອກຕັ້ງໃນຂອບເຂດທົ່ວປະເທດ ໄດ້ຜັນຂະຫາຍຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມຄືບໜ້າທີ່ໄດ້ວາງອອກ.
ວຽກ​ງານ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ທີ່ໄດ້​ວາງ​ອອກ - ảnh 1

(ພາບ:Đ.X/thanhtra.com.vn)

     ຕອນເຊົ້າວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ໂດຍໄດ້ເປັນປະທານວາລະປະຊຸມທີ 4, ສະພາເລືອກຕັ້ງແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຖືວ່າ: ມາຮອດປະຈຸບັນ, ວຽກງານການເລືອກຕັ້ງໃນຂອບເຂດທົ່ວປະເທດ ໄດ້ຜັນຂະຫາຍຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມຄືບໜ້າທີ່ໄດ້ວາງອອກ.

   ມາຮອດຈຸດເວລານີ້, ສະພາເລືອກຕັ້ງແຫ່ງຊາດໄດ້ຮັບສຳເນົາເອກະສານ 1136 ຊຸດຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສຳເນົາເອກະສານ 7495 ຊຸດຂອງຜູ້ສະໝັບຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ. ໃນໄລຍະຈະມາເຖິງ, ສະພາເລືອກຕັ້ງແຫ່ງຊາດ ຈະປະຕິບັດການຈັດຕັ້ງເອົາຄຳເຫັນຜູ້ມີສິດເລືອກຕັ້ງຢູ່ບ່ອນຢູ່ອາໄສສຳລັບຜູ້ສະໝັກຮັບເລືອກຕັ້ງ, ດຳເນີນການປຶກສາຫາລືຄັ້ງທີ 3 ເພື່ອຄັດເລືອກ, ສ້າງບັນຊີລາຍຊື່ບັນດາຜູ້ມີມາດຖານຢ່າງຄົບຖ້ວນ, ປະກາດບັນລີລາຍຊື່ຜູ້ສະໝັກຮັບເລືອກຕັ້ງທາງການ… ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ກ່າວວ່າ:

ການຊີ້ນຳສ້າງຕັ້ງບັນດາໜ່ວຍເລືອກຕັ້ງ ແລະ ຟຶກອົບຮົມການເລືອກຕັ້ງ ກໍ່ຄືຊີ້ນຳບັນດາການແກ້ໄຂການຮ້ອງທຸກ, ກ່າວຟ້ອງພວມໄດ້ຮັບການຜັນຂະຫຍາຍ, ໃນໄລຍະຈະມາເຖິງຕ້ອງໄດ້ຮັບຄວາມເອົາໃຈໃສ່ຫຼາຍກ່ວາອີກ, ໂດຍສະເພາະແມ່ນພາຍຫຼັງດຳເນີນການປຶກສາຫາລືຄັ້ງທີ 3, ເວລານັ້ນ ຈະເກີດບັນດາການຮ້ອງທຸກ, ກ່າວຟ້ອງ, ຕ້ອງເອົາໃຈໃສ່ປະຕິບັດຖືກຕ້ອງຕາມການກຳນົດຂອງກົດໝາຍ.

ທີ່ວາລປະຊຸມ, ສະພາເລືອກຕັ້ງແຫ່ງຊາດ ໄດ້ຮັບຮອງເອົາບັນດາມະຕິແນະນຳການແກ້ໄຂບັນດາກໍລະນີຂາດຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນ ຍ້ອນມີສາຍເຫດຈຳເປັນ ແລະ ມະຕິກ່ຽວກັບການຈັດແບ່ງ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15 ຢູ່ສູນກາງລົງສະໝັກຮັບເລືອກຕັ້ງຢູ່ທ້ອງຖິ່ນ.

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ