ວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດສວມບົດບາດສຳຄັນໃນການເຊື່ອມໂຍງເຂົ້າກັບສາກົນ

ວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດສວມບົດບາດສຳຄັນໃນການເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ ຫງວຽນ​ວັນ​ເນນ, ຮອງ​ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ
(ພາບປະກອບ)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຝຶກ​ອົບຮົ​ມວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່​ຕ່າງປະ​ເທດ​ໃຫ​້​ແກ່​ຖັນ​ແຖວ​ພະນັກງານ​ການ​ນຳ ​ແລະ ພະນັກງານ​ປະຕິບັດ​ໜ້າ​ທີ່​ຖະ​ແຫຼ​ງຂ່າວ​ຕໍ່​ຕ່າງປະ​ເທດ​ໂດຍ​ກົງ​ຢູ່​ບັນດາ​ແຂວງ,​ ນະຄອນທາງ​ພາກ​ໃຕ້, ​ໂດຍ​ຄະນະ​ຊີ້​ນຳ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່​ຕ່າງປະ​ເທດ​ສົມທົບ​ກັບ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ໂທລະ​ຄົ​ມ ຫວຽດນາມ ຈັດ​ຕັ້ງ​ຂຶ້ນເມື່ອ​ວັນ​ທີ 20/5, ຢູ່​ນະຄອນ ຫວູງ​ເຕົ່າ, ທ່ານ ຫງວຽນ​ວັນ​ເນນ, ຮອງ​ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ເນັ້ນ​ໜັກ​ວ່າ: ວຽກ​ງານຖະ​ແຫຼ​ງຂ່າວ​ຕໍ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່ສຳຄັນ​ໃນ​ວຽກ​ງານ​ໂຄສະນາ ​ແລະ ວຽກ​ງານ​ຄວາມ​ຄິດ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ຊຸມ​ປີຜ່ານມາ, ວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່​ຕ່າງປະ​ເທດ​ໄດ້​ສວມ​ບົດບາດ​ສຳຄັນ​ໃນ​ວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ ຫວຽດນາມ​ ​ໃນ​ພາກ​ພື້ນ ​ແລະ ​ບົນ​ເວທີ​ສາກົນ, ​ເຮັດ​ໃຫ້​ໂລກ​ເຂົ້າ​ໃຈ​ແຈ້​ງ ​ແລະ ​ເຂົ້າ​ໃຈ​ຢ່າງ​ຖືກ​ຕ້ອງກ່ວາ​ກ່ຽວ​ກັບ ຫວຽດນາມ, ຜ່ານ​ນັ້ນ​ຍາດ​ແຍ່ງ​ການ​ສະ​ໜັບສະ​ໜູນ​ຂອງ​ເພື່ອ​ນມິດສາ​ກົນ​ຮັບ​​ໃຊ້​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທີ່​ກອງ​ປະຊຸມ, ບັນດາ​​ນັກ​ປະ​ຖາ​ກະຖາຂອງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ໂທລະ​ຄົມ ​ໄດ້​ເຜີຍ​ແຜ່​ບາງ​ບັນຫາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຍຸດ​ທະ​ສາດ​ພັດທະນາ​ຖະ​ແຫຼ​ງຂ່າວ​ຕໍ່​ຕ່າງປະ​ເທດ ​ແລະ ​ໂຄງການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ​ກ່ຽວ​ກັບວຽກງານ​ຖະ​ແຫຼ​ງຂ່າວ​ຕໍ່​ຕ່າງປະ​ເທດ​ປີ 2014 ​ແລ​ະ ບັນດາ​ບັນຫາ​ທີ່ວາງ​ອອກ​ໃຫ້​ແຕ່ລະ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ