ວຽກງານທິດສະດີມີບົດບາດສຳຄັນສຳລັບພັກກອມມູນິດ ຫວຽດນາມແລະ ພັກປະຊາຊົນ ປະຕິວັດລາວ

ວຽກງານທິດສະດີມີບົດບາດສຳຄັນສຳລັບພັກກອມມູນິດ ຫວຽດນາມແລະ ພັກປະຊາຊົນ ປະຕິວັດລາວ - ảnh 1
ທ່ານ​ເລຂາ​ທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ຕ້ອນຮັບ​
 ຫົວໜ້າ​ຄະນະ​ໂຄສະນາ​ອົບ​ຮົບ​ສູນ​ກາງ ພັກ​ປະຊາຊົນ​ ປະຕິວັດ​ລາວ
(ພາບ: TTXVN)

(vovworld) - ວຽກ​ງານ​ທິດ​ສະ​ດີ​ມີບົດບາດ​ສຳຄັນ​ສຳລັບ​ພັກ​ກອມ​ມູນິດ​ຫວຽດນາມ​ ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ທີ່​ການ​ຕ້ອນຮັບ​ທ່ານ ກິ​ແກ້ວ ​ໄຂ​ຄຳ​ພິທູນ, ຫົວໜ້າ​ຄະນະ​ໂຄສະນາ​ອົບ​ຮົບ​ສູນ​ກາງ ພັກ​ປະຊາຊົນ​ ປະຕິວັດ​ລາວ, ປະທານ​ສະພາ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ​ໃນວັນ​ທີ 14/7. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຖື​ວ່າ, ​ເລື່ອງ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ລະຫວ່າງ​ ພັກ​ກອມ​ມູນິດ​ຫວຽດນາມ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ການ​ຄຸ້ມ​ຄອງ​ລັດ, ການ​ພັດທະນາ​ເສດຖະກິດ - ສັງຄົມ. ​ເຮັດ​ແຈ້ງ​ບາງ​ບັນຫາ​ທິດສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ ​ໃນ​ວິວັດ​ແຫ່ງ​ການ​ຍູ້​ແຮງ​ກິດຈະການ​ປ່ຽນ​ໃໝ່​ຢູ່​ຫວຽດນາມ ​ແລະ ລາວ, ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ກວ່າ​ອີກ. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ປາຖະໜາ​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ສະພາ​ທິດ​ສະ​ດີ​ສູນ​ກາງ ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຄະນະ​ໂຄສະນາ​ອົບ​ຮົບ​ສູນ​ກາງ ພັກ​ປະຊາຊົນ​ ປະຕິວັດ​ລາວ, ສະພາ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ, ບັນດາ​ຫົວ​ເລື່ອງ​ສະ​ເພາະ ​ແລະ ຫົວ​ເລື່ອງ​ຄົ້ນ​ຄ້ວາ ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ເພື່ອ​ເຮັດ​ແຈ້ງ​ບັນດາ​ບັນຫາ​ຮີບ​ດ່ວນ​ທີ່​ພວມ​ວາງ​ອອກ​ສຳລັບ​ພາລະກິດ​ປ່ຽນ​ໃໝ່​ຂອງ​ສອງ​ປະ​ເທດ.

ສ່ວນ​ທ່ານຫົວໜ້າ​ຄະນະ​ໂຄສະນາ​ອົບ​ຮົບ​ສູນ​ກາງ ພັກ​ປະຊາຊົນ​ປະຕິວັດ​ລາວ ກິ​ແກ້ວ ​ໄຂ​ຄຳ​ພິທູນ, ກໍ່​ໃຫ້​ຮູ້ວ່າ​ຜົນ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 3 ລະຫວ່າງ​ສອງ​ພັກ​ໃນ​ຄັ້ງ​ນີ້ ຈະ​ຊ່ວຍ​ລາວ​ ມີ​ບົດຮຽນ​ຕື່ມ​ອີກ ນັບ​ທັງ​ດ້ານທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ວຽກ​ງານ​ຊີ້​ນຳ​ນຳພາ, ກໍ່ສ້າງ​ພັກ, ການ​ຄຸ້ມ​ຄອງ​ສັງຄົມ, ການ​ພັດທະນາ​ເສດຖະກິດ​ໃນ​ວິວັດ​ແຫ່ງ​ການ​ຍູ້​ໄວ​ກິດຈະການ​ປ່ຽນ​ໃໝ່​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ​ຢູ່​ລາວ. ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ໂຄສະນາ, ສຶກສາ​ໃຫ້​ປະຊາຊົນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ກ່ຽວ​ກັບ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ພັກ, ສອງ​ລັດ.

 

ຂ່າວ/ບົດ​ອື່ນ