ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ ຊ່ວຍ​ປັບ​ປຸງ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ ທີ່​ມີ​ຕໍ​່​ພັກ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສາ​ກົນ ທີ່​ມີ​ຕໍ່ ຫວຽດ​ນາມ

(VOVWORLD) -   ຕອນເຊົ້າວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ສະຫຼຸບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຕາມພາລະ, ໜ້າທີ່ຂອງກຳລັງຕຳຫຼວດປະຊາຊົນ ແຕ່ປີ 2013 ມາຮອດປັດຈຸບັນ.
ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ ຊ່ວຍ​ປັບ​ປຸງ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ ທີ່​ມີ​ຕໍ​່​ພັກ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສາ​ກົນ ທີ່​ມີ​ຕໍ່ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

 ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໜຶ່ງໃນບັນດາຜົນສຳເລັດສຳຄັນຂອງ ຫວຽດນາມ ໃນ 5 ປີຜ່ານມາ, ນັ້ນແມ່ນ ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ນຳຫຼາຍກໍລະນີ, ຄະດີສຳຄັນຂຶ້ນສານພິພາກສາໂດຍບໍ່ມີເຂດຂ້າມ, ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງ ສາກົນ ທີ່ມີຕໍ່ ຫວຽດນາມ. ໃນຜົນສຳເລັດນັ້ນ, ກຳລັງຕຳຫຼວດປະຊາຊົນ ສວມບົດບາດຫຼັກແຫຼ່ງແກ່ນສານ.

        ພິເສດ, ວຽກງານສ້າງລະບອບລະບຽບການໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ສືບຕໍ່ໄດ້ຮັບການຍູ້ແຮງ ແລະ ລັດຖະບານ ຫວຽດນາມ ໄດ້ຖືວ່າ ນີ້ແມ່ນໜ້າທີ່ໃຈກາງ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນສັງຄົມ, ໝູນໃຊ້ເຕັກໂນໂລຢີ, ໂດຍສະເພາະແມ່ນ ການບໍລິການສາທາລະນະ, ຈຳກັດການສຳຜັດໂດຍກົງລະຫວ່າງປະຊາຊົນ, ວິສາຫະກິດ ກັບ ພະນັກງານຂອງອົງການທີ່ມີໜ້າທີ່ຮັບຜິດຊອບ.


ຕອບກັບ

ຂ່າວ/ບົດ​ອື່ນ