ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ປະ​ກົດ​ການ​ຫຍໍ້​ທໍ້ ​ບັນ​ລຸ​ໝາກ​ຜົນ​ທີ່​ຮອບ​ດ້ານ

(VOVWORLD) - ຕອນເຊົ້າວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄດ້ຈັດກອງປະຊຸມຄັ້ງທີ 24 ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຫົວໜ້າຄະນະຊີ້ນຳ.
ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ປະ​ກົດ​ການ​ຫຍໍ້​ທໍ້ ​ບັນ​ລຸ​ໝາກ​ຜົນ​ທີ່​ຮອບ​ດ້ານ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: dangcongsan.vn)

ຢູ່ກອງປະຊຸມ, ບັນດາສະມາຊິກຂອງຄະນະຊີ້ນຳໄດ້ຕີລາຄາ ການປະຕິບັດໃນ 6 ເດືອນຕົ້ນປີ ແລະ ນັບແຕ່ຕົ້ນອາຍຸການຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ (2021) ມາຮອດປັດຈຸບັນ, ວຽກງານ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ສືບຕໍ່ໄດ້ຮັບການຊີ້ນຳນຳພາຢ່າງແຮງ, ຂ້ຽວຂາດ ແລະ ຄົບຊຸດ, ບັນລຸໝາກຜົນທີ່ຮອບດ້ານຫຼາຍຢ່າງ, ມີບາດກ້າວບຸກທະລຸ ໃໝ່ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ເຊິ່ງນັບມື້ນັບໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ເຫັນດີເປັນພ້ອມ, ການສະໜັບສະໜູນ ຈາກພະນັກງານ, ສະມາຊິກພັກ ປະຊາຊົນ ແລະ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກ ບັນດາອົງການຈັດຕັ້ງສາກົນ.

ຄະນະຊີ້ນຳກໍ່ຮຽກຮ້ອງໃຫ້ຜັນຂະຫຍາຍວຽກງານກວດກາຫົວເລື່ອງສະເພາະກ່ຽວກັບວຽກງານຫັນລະບອບລະບຽບການແຜນນະໂຍບາຍ, ນະໂຍບາຍຂອງພັກ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງກາຍເປັນກົດໝາຍ ສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາ, ຢຶດໝັ້ນກັບການສ້າງວັດທະນະທຳທີ່ໂປ່ງໄສ, ບໍ່ມີການສໍ້ລາດບັງຫຼວງ, ບໍ່ມີປະກົດການຫຍໍ້ທໍ້ໃນພະນັກງານ, ສະມາຊິກພັກ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ