ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ

(VOVWORLD) -ຫວຽດນາມ ຢືນຢັນວ່າ ບໍ່ມີການຈຳແນກການປະພຶດໃນວິວັດທະນາການເບິ່ງແຍງດູແລສຸຂະພາບ, ກໍຄືການສັກວັກຊິນລະຫວ່າງພົນລະເມືອງຫວຽດນາມ ແລະ ພົນລະເມືອງຕ່າງປະເທດທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ຫວຽດນາມ.
ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ
(ພາບ: TTXVN)

ຕອນບ່າຍວັນທີ 24 ມິຖຸນາ, ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ໄດ້ດຳເນີນທາງອອນລາຍ. ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ຄຳເຫັນຂອງຫວຽດນາມ ກ່ຽວກັບຄຳເຫັນທີ່ຖືວ່າ ຫວຽດນາມ ມີການຈຳແນກການປະພຶດລະຫວ່າງຊາວຫວຽດນາມ ແລະ ຊາວຕ່າງປະເທດ ໃນການສັກວັກຊິນ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢືນຢັນວ່າ, ດ້ວຍເປົ້າໝາຍກ້າວໄປເຖິງການສັກວັກຊິນໃຫ້ທົ່ວທຸກເປົ້າໝາຍ, ບັນລຸການຕ້ານທານໃນຊຸມຊົນ ແນໃສ່ນຳການດຳລົງຊີວິດກັບຄືນສູ່ເປັນປົກກະຕິໂດຍໄວ, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ສ້າງເງື່ອນໄຂ, ສັກຊັກວິນໂດຍບໍ່ເກັບຄ່າໃຫ້ສະມາຊິກອົງການຜູ້ຕາງໜ້າທູຕານຸທູດຕ່າງປະເທດ, ບັນດາອົງການຈັດຕັ້ງຂຶ້ນກັບລະບົບສະຫະປະຊາຊາດ ປະຈຳຫວຽດນາມ ແລະ ຍາດຕິພີ່ນ້ອງກວ່າ 600 ຄົນ.

        ຫວຽດນາມ ຢືນຢັນວ່າ ບໍ່ມີການຈຳແນກການປະພຶດໃນວິວັດທະນາການເບິ່ງແຍງດູແລສຸຂະພາບ, ກໍຄືການສັກວັກຊິນລະຫວ່າງພົນລະເມືອງຫວຽດນາມ ແລະ ພົນລະເມືອງຕ່າງປະເທດທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ຫວຽດນາມ. ພົນລະເມືອງຕ່າງປະເທດຈະມີເງື່ອນໄຂໄດ້ສັກວັກຊິນເມື່ອຫວຽດນາມ ໄດ້ຮັບວັກຊິນກັນໂຄວິດ-19 ຕື່ມອີກ, ມຸ່ງໄປເຖິງການສ້າງການຕ້ານທານໃນຊຸມຊົນ, ຍູ້ໂລກລະບາດໃຫ້ຖອຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ