ວຽກງານພົວພັນຕ່າງປະເທດປະກອບສ່ວນເຂົ້າໃນຜົນງານອັນໃຫຍ່ຫລວງຂອງພາລະກິດປ່ຽນໃໝ່

ວຽກງານພົວພັນຕ່າງປະເທດປະກອບສ່ວນເຂົ້າໃນຜົນງານອັນໃຫຍ່ຫລວງຂອງພາລະກິດປ່ຽນໃໝ່ - ảnh 1
ທ່ານ ບູຍ​ແທງ​ເຊີນ ລັດຖະມົນຕີ​ຊ່ວຍ
​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ
(ພາບ: TTXVN)

(vovworld) – ​ “ ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ປະກອບສ່ວນ​ເຂົ້າ​ໃນ​ຜົນງານ​ອັນໃຫຍ່​ຫລວງ​ຂອງພາລະກິດ​ປ່ຽນ​ໃໝ່ ” ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ບູຍ​ແທງ​ເຊີນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເມື່ອ​ຕອບ​ສຳພາດຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ 2016. ທ່ານ ບູຍ​ແທງ​ເຊີນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ຫວຽດນາມ ມີ​ການ​ພົວພັນ​​ກັບ​ບັນດາ​ປະ​ເທດ​ໃນ​ໂລກເກືອບ​ທັງ​ໝົດ, ​ໃນ​ນັ້ນ ມີ​ການ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ກັບ 185 ປະ​ເທດ​ໃນ​ຈຳນວນ 193 ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ. ຫວຽດນາມ ກໍ່​ເຂົ້າ​ຮ່ວມ​ໃນ​ອົງການ​ຈັດ​ຕັ້ງ​ສາກົນ, ພາກ​ພື້ນ 70 ​ອົງການ, ມີ​ບົດບາ​ດ​ເປັນ​ສະມາຊິກ​ຕັ້ງ​ໜ້າ, ​ເປັນ​ເຈົ້າ​ການ​, ມີ​ຄວາມ​ຮັບຜິດຊອບ. ທີ່​ຕັ້ງ​ຂອງ ຫວຽດນາມ ​ໄດ້ຮັບ​ການ​ຍົກ​ສູງຂຶ້ນ​ບົນ​ເວທີ​ສາກົນ, ພາກ​ພື້ນ, ມີ​ຫລາຍຂໍ້​ລິ​ເລີ່​ມໄດ້ຮັບ​ການ​ຊົມ​ເຊີຍ​ຈາກ​ບັນດາ​ອົງການຈັດ​ຕັ້ງ​ສາກົນ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫວຽດນາມ ​ໄດ້​ນຳ​ການພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ. ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 15 ປະ​ເທດຄູ່​ຮ່ວມ​ມື​ໃນ​ໂລກ, ​ເປັນຄູ່​ຮ່ວມ​ມື​ຮອບດ້ານ​ກັບ 10 ປະ​ເທດ​ຄູ່​ຮ່ວມ​ມື​ໃນ​ໂລກ.

        ຕາມ​ທ່ານ ບູຍ​ແທງ​ເຊີນ ​ແລ້ວ, ​​ເບິ່ງ​ລວມ​​ແລ້ວ, 30 ປີຜ່ານມາ, ວຽກ​ງານ​ພົວພັນ​ຕ່າງປະ​ເທດໄດ້​ປະກອບສ່ວນ​ໃນ​ຫລາຍ​ຂົງ​ເຂດ ​ເພື່ອ​ຮັບ​ໃຊ້ການສ້າງສາ​ປະ​ເທດ​ຊາດ ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ຜົນງານ​ລວມຂອງ​ປະ​ເທດ​ຊາດ. ຕາມ​ທ່ານ ບູຍ​ແທງ​ເຊີນ ​ແລ້ວ ວຽກ​ງານ​ສື່ສານ​ໂຄສະນາ​ການ​ຕ່າງປະ​ເທດ ຄວນສົມທົບກັນ​ຢ່າງ​ແໜ້ນ​ແຟ້ນ, ​ໂຄສະນາ​ເຜີຍ​ແຜ່​ທິດ​ທາງການ​ພົວພັນ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ເຖິງ​ປະຊາຊົນ​ພາຍ​ໃນ​ປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ, ສ້າງ​ຄວາມ​ເຫັນ​ດີ​ເຫັນພ້ອມ, ໜູນ​ຊ່ວຍກັນ​ໃນ​ວຽກ​ງານ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ໃຫ້​ດີ​ທີ່​ສຸດ ກໍ່​ຄື​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

 


ຂ່າວ/ບົດ​ອື່ນ