ວຽກງານສະຖິຕິ: ຫຼັກຖານສຳຄັນເພື່ອຍົກອອກບັນດານະໂຍບາຍພັດທະນາ

(VOVWORLD) -ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືແບບທາງໄກກ່ຽວກັບຮ່າງກົດໝາຍບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍສະຖິຕິ.
ວຽກງານສະຖິຕິ: ຫຼັກຖານສຳຄັນເພື່ອຍົກອອກບັນດານະໂຍບາຍພັດທະນາ - ảnh 1ສະມາຊິກສະພາແຫ່ງຊາດເຂົ້າຮ່ວມການປຶກສາຫາລືແບບທາງໄກ
(ພາບ: TTXVN)

ຕອນບ່າຍວັນທີ 25 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ປຶກສາຫາລືແບບທາງໄກກ່ຽວກັບຮ່າງກົດໝາຍບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍສະຖິຕິ.

        ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານສະຖິຕິທີ່ມີຕໍ່ສະພາບຕົວຈິງຂອງພື້ນຖານເສດຖະກິດຂອງປະເທດຊາດ, ຈາກນັ້ນ ຊ່ວຍໃຫ້ສະພາແຫ່ງຊາດ ແລະ ລັດຖະບານ ຍົກອອກມາດຕະການ, ນະໂຍບາຍທີ່ເໝາະສົມ. ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ຄວນສືບຕໍ່ສ້າງລະບົບມາດຕະຖານສະຖິຕິກວມລວມໃນທຸກຂົງເຂດຂອງຊີວິດສັງຄົມໃຫ້ສົມບູນແບບ. ພ້ອມທັງກຳນົດເລື່ອງເປັນເອກະພາບຈຸດເວລາປະກາດຕົວເລກສະຖິຕິໃນແຕ່ປີ ສຳລັບປະເທດ, ເຂດ ແລະ ແຂວງ, ນະຄອນຂຶ້ນກັບສູນກາງ, ໃນນັ້ນ ຄົ້ນຄວ້າຈຸດເວລາປະກາດຕົວເລກສະຖິຕິຢ່າງລະອຽດ.

        ກ່ອນໜ້ານັ້ນ, ໃບສະເໜີຕໍ່ສະພາແຫ່ງຊາດຂອງລັດຖະບານ ກ່ຽວກັບຮ່າງກົດໝາຍບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍສະຖິຕິ ໄດ້ຊີ້ແຈ້ງເລື່ອງສ້າງແຜນການກົດໝາຍ ເພື່ອແນໃສ່ສະໜອງຂໍ້ມູນຂ່າວສະຖິຕິຢ່າງຊັດເຈນ, ພາວະວິໄສ, ທັນການ, ສ່ອງແສງສະພາບການເສດຖະກິດ-ສັງຄົມຂອງປະເທດຊາດໄລຍະ 2021-2030 ຢ່າງຄົບຖ້ວນ; ຊ່ວຍໄຈ້ແຍກ, ວາງແຜນ ແລະ ດັດປັບນະໂຍບາຍມະຫາພາກ; ສ້າງພື້ນຖານນິຕິກຳເພື່ອເກັບກຳບັນດາມາດຕະຖານສະຖິຕິແຫ່ງຊາດ…

ຕອບກັບ

ຂ່າວ/ບົດ​ອື່ນ