ວຽກງານເລືອກຕັ້ງສສຊຊຸດທີ14ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ2016-2021ຢູ່ທ້ອງຖິ່ນຕ່າງໆ

ວຽກງານເລືອກຕັ້ງສສຊຊຸດທີ14ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ2016-2021ຢູ່ທ້ອງຖິ່ນຕ່າງໆ - ảnh 1
(ພາບ​ປະ​ກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 01/04, ຄະ​ນະ​ປະ​ຕິ​ບັດ​ງ​ານ​ສະ​ຫະ​ພັ​ນ​ແມ່​ຍິງ​ຫວຽດ​ນາມ ໂດຍ​ທ່ານ​ນາງ ຫງວຽນ​ທິ​ຕວຽດ, ຮອງ​ປະ​ທານ​ສະ​ຫະ​ພັນ ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ເລືອກ​ຕັ້ງ​ແຂວງ ໄຕ​ນິງ. ທ່ານ​ຮອງ​ປະ​ທານ​ສະ​ຫະ​ພັນແມ່ນ​ຍິງ​ຫວຽດ​ນາມ ຫງວຽນ​ທິ​ຕວຽດ ໄດ້​ຕີ​ລາ​ຄາ​ສູງວຽກ​ງານ​ກະ​ກຽມ​ໃຫ້​ການ​ເລືອກ​ຕັ້ງ​ຢູ່​ແຂວງ​ໄຕ​ນິງ; ພ້ອມ​ທັງ​ສະ​ເໜີ​ໃຫ້​ບັນ​ດາ​ຫົວ​ໜ່ວຍ​ທີ່​ກ່ຽ​ວ​ຂ້ອງ​ປະ​ຕິ​ບັດ​ຖືກ​ຕາມ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ຈຳ​ນວນ, ໂຄງ​ປະ​ກອບ​​ຕົວ​ແທນ​ຍິງ ທີ່​ໄດ້​ຮັບ​​ສະ​ເໜີ​ອອ​ກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມ​ຊິກ​ສະ​ພາ​ປະ​ຊາ​ຊົນ ຢ່າງ​ນ້ອຍ​ສຸດ 35% ​ໃນ​ຍອດຈຳ​ນວນ​ຄົນ​ໃນ​ບັນ​ຊີ​ລາຍ​ຊື່​ຢ່າງ​ເປັນ​ທາງ​ການ.

        ແລະ​ກໍ​ໃນ​ວັນ​ດຽວ​ດັນ, ທ່ານ​ນາງ ບຸຍທິ​ແທງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ໄດ້​ລົງ​ກວດ​ກາ​ສະ​ພາບ​ການ, ຄວາມ​ຄ​ືບ​ໜ້າ, ໝາກ​ຜົນ​ການ​ເລືອກ​ຕັ້ງ​ຢູ່​ແຂວງ ບິ່ງ​ທ້ວນ.

ຂ່າວ/ບົດ​ອື່ນ