ວິ​ໄຈ​ຫາ​ເຊື້ອ SARS – CoV – 2 ສຳ​ລັບ​ນັກ​ຂ່າວ, ບັນ​ນາ​ທິ​ການ, ນັກ​ເຕັກ​ນິກ ທີ່​ມາ​ເອົາຂ່າວ​ຢູ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ

(VOVWORLD) -ຄະນະໂຄສະນາສຶກສາສູນກາງພັກ, ສູນສື່ມວນຊົນກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ໄດ້ສະເໜີໃຫ້ປະຕິບັດການວິໄຈຫາເຊື້ອພະຍາດໂຄວິດ - 19 ຕໍ່ບັນດານັກຂ່າວ, ບັນນາທິການ, ນັກເຕັກນິກທີ່ສົ່ງມາປະຕິບັດໜ້າທີ່ຢູ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
ວິ​ໄຈ​ຫາ​ເຊື້ອ SARS – CoV – 2 ສຳ​ລັບ​ນັກ​ຂ່າວ, ບັນ​ນາ​ທິ​ການ, ນັກ​ເຕັກ​ນິກ ທີ່​ມາ​ເອົາຂ່າວ​ຢູ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ - ảnh 1ພາບ: ກະຊວງສາທາລະນະສຸກ

ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຄະນະໂຄສະນາສຶກສາສູນກາງພັກ ຫາກໍ່ສົ່ງເອກະສານທາງການໄປຍັງບັນດາອົງການສື່ມວນຊົນກ່ຽວກັບເລື່ອງວິໄຈຫາເຊື້ອພະຍາດໂຄວິດ - 19 ກ່ອນທີ່ຈະເຂົ້າຮ່ວມການຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ 13.

        ຄະນະໂຄສະນາສຶກສາສູນກາງພັກ, ສູນສື່ມວນຊົນກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ໄດ້ສະເໜີໃຫ້ປະຕິບັດການວິໄຈຫາເຊື້ອພະຍາດໂຄວິດ - 19 ຕໍ່ບັນດານັກຂ່າວ, ບັນນາທິການ, ນັກເຕັກນິກທີ່ສົ່ງມາປະຕິບັດໜ້າທີ່ຢູ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

        ຄະນະໂຄສະນາສຶກສາ ສູນກາງພັກ, ສູນສື່ມວນຊົນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະອອກບັດປະຕິບັດງານ ຢູ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃຫ້ແກ່ນັກຂ່າວ, ບັນນາທິການ, ນັກເຕັກນິກ ທີ່ມີຜົນກວດເປັນລົບກັບເຊື້ອພະຍາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ