ວິ​​ໄສ​ທັດ ມະຫາ​ສະໝຸດອິນ​ເດຍ - ປາຊີ​ຟິກຂອງ ອາຊຽນ: ກາລ​ະ​ໂອກາດ​ຮ່ວມ​ມື​ສໍາລັບ ກາ​ນາ​ດາ

(VOVWORLD) -  ກອງປະຊຸມກ່ຽວກັບທັດສະນະຂອງ ອາຊຽນ ສໍາລັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ, ຢູ່ນະຄອນຫຼວງ Ottawa ປະເທດ ການາດາ. ເຫດການດັ່ງກ່າວ ໂດຍ ຄະນະກໍາມະການ ອາຊຽນ ປະຈໍາ Ottawa ຈັດຕັ້ງ.
ວິ​​ໄສ​ທັດ ມະຫາ​ສະໝຸດອິນ​ເດຍ - ປາຊີ​ຟິກຂອງ ອາຊຽນ: ກາລ​ະ​ໂອກາດ​ຮ່ວມ​ມື​ສໍາລັບ ກາ​ນາ​ດາ - ảnh 1 ກອງປະຊຸມກ່ຽວກັບທັດສະນະຂອງ ອາຊຽນ ສໍາລັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ (ພາບ: TTXVN) 

ຢູ່ກອງປະຊຸມສໍາມະນາ, ບັນດານັກຊ່ຽວຊານ ໃຫ້ຂໍ້ສັງເກດວ່າ ການພົວພັນລະຫວ່າງ ການາດາ ກັບ ອາຊຽນ ອາດຈະຮອບດ້ານກວ່າ ເມື່ອ ການາດາ ຕັ້ງໜ້າເຂົ້າຮ່ວມການແກ້ໄຂການຂັດແຍ້ງກັນຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ ໂດຍສັນຕິວິທີ ເພື່ອຊຸກຍູ້ຮັບປະກັນຄວາມໝັ້ນຄົງຄວາມປອດໄພໃນການເດີນເຮືອ. ຄວາມມານະພະຍາຍາມດັ່ງກ່າວ ອາດຈະຊ່ວຍ ການາດາ ເພີ່ມທະວີກາລະໂອກາດຍາດໄດ້ທີ່ນັ່ງເປັນກໍາມະການບໍ່ປະຈໍາການ ສະພາຄວາມໝັ້້ນຄົງ ສປຊ ໃນປີ 2021 – 2022.

        ການາດາ ແລະ ອາຊຽນ ກໍສາມາດຜັນຂະຫຍາຍການຮ່ວມມືດ້ານເຕັກນິກ ເພື່ອປົກປ້ອງການຫາລ້ຽງຊີບ ແລະ ຄວາມປອດໄພໃຫ້ແກ່ປະຊາຄົມຊາວປະມົງຢູ່ທະເລຕາເວັນອອກ, ໜູນຊ່ວຍການປົກປັກຮັກສາສິ່ງແວດລ້ອມຢູ່ທະເລ ແລະ ຊີວະພາບນາໆພັນ.  ກ່ຽວກັບດ້ານເສດຖະກິດ, ການາດາ ແລະ ອາຊຽນ ອາດຈະຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ, ຄົ້ນຄວ້າ ແລະ ປ່ຽນແປງໃໝ່, ໜູນຊ່ວຍປະຕິບັດແຜນການສັງລວມ ກ່ຽວກັບການສ້າງປະຊາຄົມເສດຖະກິດ ອາຊຽນ ຮອດປີ 2025 ແລະ ສັນຍາການຄ້າເສລີສະບັບຕ່າງໆ, ໃນນັ້ນ ມີສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ຕອບກັບ

ຂ່າວ/ບົດ​ອື່ນ