ສ ເກົາຫຼີ ຈັດກອງປະຊຸມເຈລະຈາດ້ານປ້ອງກັນຊາດ ເຊີອຸ່ນ 2023

(VOVWORLD) - ກອງປະຊຸມຄົບຄະນະ 3 ຄັ້ງ ເພື່ອປຶກສາຫາລືກ່ຽວກັບປະຕິກິລິຍາຂອງປະຊາຄົມສາກົນຕໍ່ຄວາມເຄັ່ງຕຶງພວມເພີ່ມຂຶ້ນໃນປະຈຸບັນຢູ່ ແຫຼມ ເກົາຫຼີ; ຄວາມມານະພະຍາຍາມ ເພື່ອພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ
ສ ເກົາຫຼີ ຈັດກອງປະຊຸມເຈລະຈາດ້ານປ້ອງກັນຊາດ ເຊີອຸ່ນ 2023 - ảnh 1ພາບປະກອບ

ວັນທີ 17 ຕຸລາ, ກອງປະຊຸມເຈລະຈາດ້ານປ້ອງກັນຊາດ ເຊີອຸ່ນ 2023 ໄດ້ໄຂຂຶ້ນຢູ່ ເຊີອຸ່ນ, ປະເທດ ສ ເກົາຫຼີ ເພື່ອແນໃສ່ແລກປ່ຽນກ່ຽວກັບບັນດາຄວາມມານະພະຍາຍາມຊຸກຍູ້ສັນຕິພາບ ແລະ ການຮ່ວມມືໃນພາກພື້ນ ແລະ ຢູ່ໃນໂລກ. ມີເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຂັ້ນສູງປະມານ 800 ທ່ານ ແລະ ນັກຊ່ຽວຊານມາຈາກ 56 ປະເທດ ເຂົ້າຮ່ວມເຫດການ. ດ້ວຍຫົວຂໍ້ວ່າ “ຮ່ວມມື ແລະ ສາມັກຄີເພື່ອຄວາມເສລີ, ສັນຕິພາບ ແລະ ຄວາມວັດທະນາຖາວອນ”, ການໂອ້ລົມສົນທະນາແກ່ຍາວເປັນ 3 ວັນ (17 -19 ຕຸລາ), ລວມມີ: ກອງປະຊຸມຄົບຄະນະ 3 ຄັ້ງ ເພື່ອປຶກສາຫາລືກ່ຽວກັບປະຕິກິລິຍາຂອງປະຊາຄົມສາກົນຕໍ່ຄວາມເຄັ່ງຕຶງພວມເພີ່ມຂຶ້ນໃນປະຈຸບັນຢູ່ ແຫຼມ ເກົາຫຼີ; ຄວາມມານະພະຍາຍາມ ເພື່ອພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ, ສັນຕິພາບ ແລະ ວັດທະນາຖາວອນ; ບັນດາວິທີການຮ່ວມມືພາກພື້ນ ແລະ ທົ່ວໂລກ ໃນສະພາບແວດລ້ອມຄວາມໝັ້ນຄົງໃໝ່.

        ໄປຄຽງຄູ່ກັນນັ້ນ, ມີກອງປະຊຸມພິເສດ 4 ຄັ້ງຈະໄດ້ຮັບການຈັດຂຶ້ນ ເພື່ອແນໃສ່ພິຈາລະນາກ່ຽວກັບວິທີການປັບປຸງຄວາມໝັ້ນຄົງໃນການເດີນເຮືອ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ, ແງ່ຫວັງຂະແໜງອຸດສາຫະກຳ ດ້ານປ້ອງກັນຊາດທົ່ວໂລກ, ການນຳໃຊ້ປັນຍາປະດິດ (AI) ໃນການປ້ອງກັນຊາດ ແລະ ການເຊັນສັນຍາຢຸດຮົບໃນສົງຄາມ ສປປ ເກົາຫຼີ 1950 – 1953 ເນື່ອງໃນໂອກາດ 70 ປີແຫ່ງວັນສະຫຼອງເຫດການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ