ສ ເກົາຫຼີ ສະເໜີສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາຊຽນ

(VOVWORLD) - ສ່ວນທ່ານ Kao Kim Hourn ປາດຖະໜາຢາກໃຫ້ການຮ່ວມມືລະຫວ່າງ ອາຊຽນ ແລະ ສ ເກົາຫຼີ ຈະໄດ້ພັດທະນາຫຼາຍກ່ວາອີກ ແລະ ຮຽກຮ້ອງໃຫ້ຮ່ວມມືຢ່າງແໜ້ນແຟ້ນໃນວິວັດການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.
ສ ເກົາຫຼີ ສະເໜີສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາຊຽນ - ảnh 1ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ Park Jin
(ພາບ:ASEAN)

ວັນທີ 16 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ Park Jin ສະເໜີສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນປີ 2024, ໃນການພົບປະກັບທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ , ຢູ່ ນະຄອນຫຼວງ ເຊີອຸນ, ປະເທດ ສ ເກົາຫຼີ. ທ່ານ Park Jin ຍົກອອກຂໍ້ສະເໜີສ້າງບາດລ້ຽວໃໝ່ເພື່ອພັດທະນາການພົວພັນສອງຝ່າຍໃນສະພາບການປີ 2024 ເປັນຂີດໝາຍສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມເຈລະຈາລະຫວ່າງສອງຝ່າຍ.

        ສ່ວນທ່ານ Kao Kim Hourn ປາດຖະໜາຢາກໃຫ້ການຮ່ວມມືລະຫວ່າງ ອາຊຽນ ແລະ ສ ເກົາຫຼີ ຈະໄດ້ພັດທະນາຫຼາຍກ່ວາອີກ ແລະ ຮຽກຮ້ອງໃຫ້ຮ່ວມມືຢ່າງແໜ້ນແຟ້ນໃນວິວັດການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

        ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ໄປຍັງ ເຊີອຸນ ໃນວັນທີ 15 ມິຖຸນາ, ໃນການຢ້ຽມຢາມ ສ ເກົາຫຼີ ເປັນຄັ້ງທຳອິດ ນັບແຕ່ເວລາຮັບດຳລົງຕຳແໜ່ງໃນເດືອນມັງກອນ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ