ສ ເກົາຫຼີ, ອາ​ເມ​ລິ​ກາ, ຍີ່​ປຸ່ນ ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ສ​ປ​ປ ເກົາຫຼີ

(VOVWORLD) -ອິນເດຍ ແລະ ສ.ເກົາຫຼີ ເຫັນດີເປັນເອກະພາບຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດແບບພິເສດ, ເພີ່ມທະວີການແລກປ່ຍນຂໍ້ມູນຍຸດທະສາດ ຜ່ານບັນດາການເຄື່ອນໄຫວພົບປະຂັ້ນສູງເປັນປະຈຳ.
ສ ເກົາຫຼີ, ອາ​ເມ​ລິ​ກາ, ຍີ່​ປຸ່ນ ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ສ​ປ​ປ ເກົາຫຼີ - ảnh 1      ລູກສອນໄຟນຳວະຖີຍຸດທະສາດຂອງ ສປປ ເກົາຫຼີ ໄດ້ຍິງຈາກແຂວງ Hamgyong ໃຕ້ ໃນວັນທີ 22 ມີນາ 2023
                                            (ພາບ:Yonhap/TTXVN)

ວັນທີ 7 ເມສາ, ບັນດາຄະນະເຈລະຈາຂອງ ສ ເກົາຫຼີ, ອາເມລິກາ, ຍີ່ປຸ່ນ ຈະຈັດກອງປະຊຸມສາມຝ່າຍ, ສືບຕໍ່ປຶກສາຫາລືກ່ຽວກັບການນາບຂູ່ດ້ານ ນິວເຄຼຍ ຂອງ ສປປ ເກົາຫຼີ.

        ກ່ອນໜ້ານັ້ນ, ວັນທີ 6 ເມສາ, ບັນດາທູດພິເສດດ້ານນິວເຄຼຍຂອງ ສ ເກົາຫຼີ ແລະ ອາເມລິກາ ໄດ້ມີການພົບປະກັນຢູ່ ເຊີອູນ, ນະຄອນຫຼວງ ຂອງ ສ ເກົາຫຼີ, ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຄວາມໝັ້ນຄົງຢູ່ແຫຼມ ເກົາຫຼີ ໃນສະພາບການຄວາມວິຕົກວັງວົນກ່ຽວກັບການນາບຂູ່ດ້ານລູກສອນໄຟ ແລະ ນິວເຄຼຍ ນັບມື້ນັບເພີ່ມຂຶ້ນຂອງ ສປປ ເກົາຫຼີ. ທ່ານ Kim Gunn, ຫົວໜ້າຄະນະເຈລະຈາຂອງ ສ ເກົາຫຼີ ແລະ ຄູ່ຕຳແໜ່ງ ອາເມລິກາ Sung Kim ໄດ້ແບ່ງປັນການຕີລາຄາກ່ຽວກັບສະພາບຄວາມໝັ້ນຄົງ ຢູ່ພາກພື້ນ ພາຍຫຼັງ ສປປ ເກົາຫຼີ ດຳເນີນເຫດທົດລອງຍິງລູກສອນໄຟຢ່າງຕໍ່ເນື່ອງ ຫວ່າງມໍ່ໆມານີ້. ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນປ້ອງກັນຢ່າງເຂັ້ມແຂງ, ກຽມພ້ອມໂຕ້ຕອບໂດຍບໍ່ວ່າການກະທຳເກາະຜິດໃດໆຈາກ ສປປ ເກົາຫຼີ, ພ້ອມທັງຕິດຕາມຄວາມສາມາດຂອງ ສປປ ເກົາຫຼີ ອາດຈະມີບັນດາການກະທຳເກາະຜິດຕ່າງໆຢ່າງໃກ້ຊິດ. ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີຄວາມມານະພະຍາຍາມສະກັດກັ້ນ ສປປ ເກົາຫຼີ ຜັນຂະຫຍາຍອາວຸດນິວເຄຼຍ ແລະ ຮຽກຮ້ອງໃຫ້ປະຊາຄົມສາກົນຊຸກຍູ້ການປະຕິບັດບັນດາມະຕິຂອງສະມັດຊາໃຫຍ່ ສປຊ ຢ່າງເຖິງຖອງ, ລວມມີເລື່ອງນຳຜູ້ອອກແຮງງານ ສປປ ເກົາຫຼີ  ຢູ່ຕ່າງປະເທດ ກັບຄືນເມືອປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ