ສ. ເກົາຫຼີ ເຊື່ອມ​ຕໍ່​ການເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ລຽບ​ຕາມ​ຊາຍ​ແດນ​ລະ​ຫວ່າງ 2 ​ຟາກ ເກົາຫຼີ

(VOVWORLD) -   ວັນທີ 04 ມິຖຸນາ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໄດ້ແຈ້ງໃຫ້ຊາບວ່າ ປະເທດນີ້ ໄດ້ເຊື່ອມຕໍ່ບັນດາການເຄື່ອນໄຫວດ້ານການທະຫານລຽບຕາມຊາຍແດນກັບ ສປປ.ເກົາຫຼີ ແລະ ບັນດາເກາະຊາຍແດນທາງພາກເໜືອຕາເວັນຕົກຂອງ ສ.ເກົາຫຼີ ຄືນໃໝ່ ເຊິ່ງເປັນຄັ້ງທຳອິດ ພາຍຫຼັງທີ່ຢຸດສະງັກເປັນເວລາກວ່າ 5 ປີ.
ສ. ເກົາຫຼີ   ເຊື່ອມ​ຕໍ່​ການເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ລຽບ​ຕາມ​ຊາຍ​ແດນ​ລະ​ຫວ່າງ 2 ​ຟາກ ເກົາຫຼີ - ảnh 1ສປປ.ເກົາຫຼີ ປ່ອຍລູກໂປ່ງທີ່ບັນຈຸເຈ້ຍເສດໄປຍັງຊາຍແດນ ສ.ເກົາຫຼີ (ພາບ: Reuters)

ກ່ອນໜ້ານັ້ນ, ກໍໃນວັນທີ 04 ມິຖຸນາ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk – Yeol ໄດ້ອອກຂໍ້ຕົກລົງຢຸດຂໍ້ຕົກລົງການທະຫານຮອບດ້ານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ (CMA) ຈົນຮອດເມື່ອໃດທີ່ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ຮັບການຟື້ນຟູ. ຂໍ້ຕົກລົງນີ້ໄດ້ຍົກອອກມາ ເພື່ອແນໃສ່ໂຕ້ຕອບເລື່ອງ ສປປ.ເກົາຫຼີ ປ່ອຍລູກໂປ່ງທີ່ບັນຈຸເຈ້ຍເສດໄປຍັງຊາຍແດນ ສ.ເກົາຫຼີ ແລະ ກໍ່ຄວາມວຸ້ນວາຍແກ່ສັນຍານ GPS ຂອງ ສ.ເກົາຫຼີ ໃນຊຸມວັນມໍ່ໆມານີ້.

        ຂໍ້ຕົກລົງການທະຫານຮອບດ້ານ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ທີ່ໄດ້ລົງນາມໃນວັນທີ 19 ກັນຍາ 2019. ຕາມຂໍ້ຕົກລົງສະບັບນີ້, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຕົກລົງ “ຢຸດຕິທຸການກະທຳເປັນປໍລະປັກຕໍ່ຕ້ານກັນ”. ສອງປະເທດສ້າງເຂດເຊື່ອມຕໍ່ ໃນເຂດດິນຕໍ່ແຜນ ແລະ ທະເລ, ເຊິ່ງເປັນບ່ອນຊ້ອມຮົບທະຫານປືນໃຫຍ່, ຊ້ອມຮັບພາກສະໜາມຂັ້ນກອງພັນໃຫຍ່ ແລະ ຊ້ອມຮົບທະຫານເຮືອ ຖືກຢຸດສະງັກ. ຂໍ້ຕົກລົງດັ່ງກ່າວ ກໍກຳນົດບັນດາເຂດຖືກຫ້າມບິນ ໃກ້ກັບຊາຍແດນສອງປະເທດ ເພື່ອສະກັດກັ້ນບັນດາຄວາມສ່ຽງປະທະກັນທາງອາກາດ.


ຕອບກັບ

ຂ່າວ/ບົດ​ອື່ນ