ສ. ເກົາຫຼີ ແກ່ຍາວຂໍ້ຕົກລົງແບ່ງປັນຂໍ້ມູນຂ່າວສືບລາຊະການລັບກັບ ຍີ່ປຸຸ່ນ

(VOVWORLD) - ຕາມເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດ ສ. ເກົາຫຼີ ແລ້ວ, ຫຼັກໝັ້ນຂອງ 2 ປະເທດແມ່ນຮັກສາຂໍ້ຕົກລົງນີ້ ອີງໃສ່ການພິຈາລະນາສະພາບການດ້ານຄວາມໝັ້ນຄົງ ໃນແຫຼມ ເກົາຫຼີ ໂດຍສັງເຂບ.

ສ. ເກົາຫຼີ ແກ່ຍາວຂໍ້ຕົກລົງແບ່ງປັນຂໍ້ມູນຂ່າວສືບລາຊະການລັບກັບ ຍີ່ປຸຸ່ນ - ảnh 1 ການລົງນາມລະຫວ່າງ 2 ຝ່າຍ

(ພາບ:EPA/TTXVN)

ວັນທີ 22 ສິງຫາ, ກະຊວງປ້ອງກັນປະເທດ ສ. ເກົາຫຼີ  ປະກາດໄດ້ຕົກລົງແກ່ຍາວຂໍ້ຕົກລົງດ້ານຂໍ້ມູນຂ່າວສານຄວາມໝັ້ນຄົງດ້ານການທະຫານຮ່ວມ (GSOMIA) ກັບຍີ່ປຸ່ນ ຕື່ມອີກ 1 ປີເພື່ອຊຸກຍູ້ການຮ່ວມມືໃນບັນຫາປອດນິວເຄຼຍໃນແຫຼມ ເກົາຫຼີ ແລະ ນຳມາເຊິ່ງສັນຕິພາບໃຫ້ພາກພື້ນນີ້. ຂໍ້ຕົກລົງນີ້ໂດຍ ສ. ເກົາຫຼີ ແລະ ຍີ່ປຸ່ນ ລົງນາມໃນເດືອນ ພະຈິກ 2016, ຂໍ້ຕົກລົງນີ້ຈະແກ່ຍາວອອກໄປອີກ ຖ້າຫາກວ່າບໍ່ມີຝ່າຍໃດຝ່າຍໜຶ່ງຕົກລົງຢຸດຕິຂໍ້ຕົກລົງດັ່ງກ່າວ ໃນເວລາ 90 ວັນກ່ອນທີ່ໝົດກຳນົດເວລາ 1 ປີ. ຕາມເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດ ສ. ເກົາຫຼີ ແລ້ວ, ຫຼັກໝັ້ນຂອງ 2 ປະເທດແມ່ນຮັກສາຂໍ້ຕົກລົງນີ້ ອີງໃສ່ການພິຈາລະນາສະພາບການດ້ານຄວາມໝັ້ນຄົງ ໃນແຫຼມ ເກົາຫຼີ ໂດຍສັງເຂບ. ເຈົ້າໜ້າທີ່ທ່ານນີ້ໄດ້ຊີ້ແຈ້ງວ່າ ກະຊວງປ້ອງກັນປະເທດ ສ. ເກົາຫຼີ ສະຫລຸບວ່າ: ການແລກປ່ຽນຍຸດທະສາດລະຫວ່າງ ເຊີອູນ ແລະ ໂຕກຽວ ແມ່ນຈຳເປັນໃນວິວັດການປອດນິວເຄຼຍ ໃນແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ