ສ ເກົາຫຼີ ແລະ ສປປ ເກົາຫຼີ ເຫັນດີຈັດ ການເຈລະຈາຂັ້ນ ລັດຖະບານ

ສ ເກົາຫຼີ ແລະ ສປປ ເກົາຫຼີ ເຫັນດີຈັດ ການເຈລະຈາຂັ້ນ ລັດຖະບານ - ảnh 1
ໂຄສົກຂອງກະຊວງ ເອກະພາບ ສ ເກົາຫຼີ ຈັດການປະຊຸມຂ່າວພາຍຫຼັງການເຈລະຈາ
(ພາບ: Yonhap/TTXVN)

(vovworld) – ວັນ​ທີ 10/6, ສຳນັກ​ຂ່າວສານ ສ​ເກົາຫຼີ ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ຈາກ​ກະຊວງ​ເອກະ​ພາບ​ສ​ເກົາຫຼີ ​ໂດຍ​ໃຫ້​ຮູ້​ວ່າ ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ​ເຫັນ​ດີ​ເປັນ​ເອກະສັນ​ຈັດ​ຕັ້ງການ​ເຈລະຈາ​ຂັ້ນ​ລັດຖະບານ ໃນ​ວັນ​ທີ 12 ​ແລະ 13/6 ຢູ່ ​ເຊີ​ອູ​ນ ​ເພື່ອ​ແກ້​ໄຂ​ບັນຫາ​ລະຫວ່າງ​ສອງ​ພາກ​ເກົາຫຼີ . ຂໍ້​ຕົກລົງ​ນີ້​ບັນລຸ​ໄດ້​ໃນ​ການ​ເຈລະຈາ​ຂັ້ນ​ນັກວິຊາການ​ລະຫວ່າງ​ສອງ​ພາກ​ເກົາຫຼີ, ​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່​ບ້ານຢຸດ​ຮົບ Panmunjom. ​ເນື້ອ​ໃນ​ຂອງ​ການ​ເຈລະຈາ​ຈະ​ມາ​ເຖິງ ​ແມ່ນ​ປຶກສາ​ຫາລື​ບັນດາ​ບັນຫາ​ຄື ການ​ເຄື່ອນ​ໄຫວ​ເປັນ​ປົກກະຕິ​ຂອງ​ເຂດອຸດສາຫະກຳລວມ Kaesong, ລາຍການທ່ອງທ່ຽວ​ເຖິງ​ເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ​ໃນ​ເຂດພູ Kumgang ​ຄືນ​ໃໝ່ ແລະ ການ​ເຄື່ອນ​ໄຫວ​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ໃນ​ປາງ​ສົງຄາມ​ເກົາຫຼີ​ເມື່ອ​ປີ 1950 – 1953 ​ແລະ ບັນດາ​ບັນຫາ​ມະນຸດສະທຳ​ອື່ນໆ. ນອກ​ນັ້ນ, ການ​ເຈລະຈາ​ນີ້​ກໍ່​ຈະ​ປຶກສາ​ຫາລື​ເລື່ອງພ້ອມ​ກັນ​ຈັດ​ຕັ້ງການສະ​ເຫຼີ​ມສະຫຼອງ​ວັນອອກ​ຖະ​ແຫຼ​ງການ​ຮ່ວມ (ຄື​ວັນ​ທີ 15/6 ​ແລະ 14/7/1972), ບັນຫາ​ເພີ່ມ​ທະວີ​ການ​ຢ້ຽມຢາມ​ບໍ່​ຂຶ້ນ​ກັບ​ລັດຖະບານ, ການ​ພົບ​ປະ ​ແລະ ບັນດາ​ໂຄງການ​ຮ່ວມ​ມື. ນີ້​ແມ່ນ​ການ​ເຈລະຈາ​ຂັ້ນ​ສຸດ​ຍອດຄັ້ງ​ທຳ​ອິດ​ລະຫວ່າງສອງ​ພາກ​ເກົາຫຼີ​ໃນ​ໄລຍະ 6 ປີ​ທີ່​ຜ່ານ​ມາ.

 

ຂ່າວ/ບົດ​ອື່ນ