ສ ເກົາຫຼີ ແລະ ອາເມລິກາ ຄິດໄລ່ຊັ່ງຊາຈັດການຊ້ອມຮົບນິວເຄຼຍ

(VOVWORLD) - ທ່ານ Yoon Suk – yeol  ເນັ້ນໜັກວ່າ: ອາວຸດນິວເຄຼຍແມ່ນຂອງ ອາເມລິກາ, ແຕ່ເລື່ອງສ້າງແຜນການ, ແບ່ງປັນຂໍ້ມູນຂ່າວສານ, ການຊ້ອມຮົບ ແລະ ຝຶກອົບຮົມຈະໄດ້ດຳເນີນຮ່ວມກັບ ສ ເກົາຫຼີ...
ສ ເກົາຫຼີ ແລະ ອາເມລິກາ ຄິດໄລ່ຊັ່ງຊາຈັດການຊ້ອມຮົບນິວເຄຼຍ - ảnh 1ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk -yeol
(ພາບ:Yonhap/TTXVN)

ວັນທີ 2 ມັງກອນ, ໜັງສືພິມລາຍວັນ Chosun Ilbo ຂອງ ສ ເກົາຫຼີ ໄດ້ໃຫ້ຂ່າວວ່າ: ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk -yeol ໃຫ້ຮູ້ວ່າ ປະເທດນີ້ ແລະ ອາເມລິກາ ພວມດຳເນີນການປຶກສາຫາລືກ່ຽວກັບການຊ້ອມຮົບຮ່ວມອາດສາມາດນຳໃຊ້ອາວຸດນິວເຄຼຍ ຂອງ ອາເມລິກາ ເພື່ອແນໃສ່ເປົ້າໝາຍເພີ່ມທະວີ “ກຳລັງປ້ອງກັນຕົວ”, ພາຍຫຼັງເລື່ອງເຮືອບິນບໍ່ມີຄົນຂັບຂອງ ສປປ ເກົາຫຼີ ບິນເຂົ້າເຂດດິນແດນ ສ ເກົາຫຼີ ໃນອາທິດກ່ອນ. ທ່ານ Yoon Suk – yeol  ເນັ້ນໜັກວ່າ: ອາວຸດນິວເຄຼຍແມ່ນຂອງ ອາເມລິກາ, ແຕ່ເລື່ອງສ້າງແຜນການ, ແບ່ງປັນຂໍ້ມູນຂ່າວສານ, ການຊ້ອມຮົບ ແລະ ຝຶກອົບຮົມຈະໄດ້ດຳເນີນຮ່ວມກັບ ສ ເກົາຫຼີ, ເພື່ອປະຕິບັດ “ການນາບຂູ່ເປີດກ້ວາງ” ໃຫ້ມີປະສິດທິຜົນກ່ວາ. ທ່ານໃຫ້ຮູ້ວ່າ, ປະຈຸບັນ, ຝ່າຍ ອາເມລິກາ ສະແດງທ່າທີ “ຕັ້ງໜ້າ” ກັບແຜນການນີ້.

        ແຕ່ເຖິງຢ່າງໃດກໍ່ຕາມ, ໃນວັນທີ 2 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ : ປະຈຸບັນ, ອາເມລິກາ ບໍ່ປຶກສາຫາລືກັບ ສ ເກົາຫຼີ ກ່ຽວກັບການຊ້ອມຮົບນິວເຄຼຍ ຮ່ວມ.

        ຖະແຫຼງການຂອງທ່ານປະທານາທິບໍດີ ສ ເກົາຫຼີ ໄດ້ຍົກອອກມາພາຍຫຼັງໜຶ່ງວັນເມື່ອສຳນັກຂ່າວສານ ແຫ່ງລັດ KCNA ຂອງ ສປປ ເກົາຫຼີ ໃຫ້ຂ່າວວ່າ ການນຳ Kim Jong – un ຮຽກຮ້ອງພັດທະນາລູກສອນໄຟຂ້າມທະວີບ (ICBM) ໃໝ່ ແລະ “ເພີ່ມທະວີລະດັບທະວີຄຸນ” ສາງອາວຸດນິວເຄຼຍຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ