ສ. ເກົາຫລີ ແລະ ອາເມລິກາ ຊ້ອມຮົບຮ່ວມການປ້ອງກັນທາງອາກາດ

(VOVWORLD) -ການຊ້ອມຮົບດຳເນີນໄປພາຍຫລັງ 1 ມື້ ທີ່ສປປ ເກົາຫລີ ກ່າວເຕືອນ ຈະມີການໂຕ້ຕອບແຂງກະດ້າງທີ່ສຸດ ສຳລັບບໍ່ວ່າການກະທຳດ້ານການທະຫານໃດຂອງ ອາເມລິກາ ຕາມຫລັກການ “ນິວເຄຼຍຕໍ່ສູ້ກັບ ນິວເຄຼຍ ແລະ ສູ້ຢັນຮອບດ້ານກັບສູ້ຢັນຮອບດ້ານ”

ສ. ເກົາຫລີ ແລະ ອາເມລິກາ ຊ້ອມຮົບຮ່ວມການປ້ອງກັນທາງອາກາດ - ảnh 1ເຮືອບິນ ຂອງ ອາເມລິກາ ແລະ ສ.ເກົາຫລີ ໃນການຊ້ອມຮົບຮ່ວມ. (ພາບ: AP)

ວັນທີ 3 ກຸມພາ, ສ.ເກົາຫລີ ແລະ ອາເມລິກາ ໄດ້ດຳເນີນການຊ້ອມຮົບຮ່ວມການປ້ອງກັນທາງອາກາດ ໂດຍມີການເຂົ້າຮ່ວມຂອງບັນດາເຮືອບິນຂັບໄລ່ລ່ອງຫົນ F-22 ແລະ F-35B ຂອງ ອາເມລິກາ. ສອງປະເທດພັນທະມິດ ດຳເນີນການຊ້ອມຮົບທາງທະເລ ພາຍຫລັງ 2 ວັນ ການຊ້ອມຮົບຮ່ວມທາງອາກາດ ໂດຍມີການເຂົ້າຮ່ວມຂອງບັນດາເຮືອບິນຖິ້ມລະເບີດຍຸດທະສາດ B-1B, ເຮືອບິນຂັບໄລ່ F-22 ແລະ  F-35B ຂອງອາເມລິກາ. ໃນການຊອ້ມຮົບຮ່ວມ 2 ຄັ້ງ, ສ.ເກົາຫລີ ລ້ວນແຕ່ຜັນຂະຫຍາຍເຮືອບິນສູ້ຮົບ F-35A.

ຕາມແຈ້ງຂ່າວຂອງ ກອງທັບ ສ. ເກົາຫລີ, ການຊ້ອມຮົບຮ່ວມຄັ້ງນີ້ ໄດ້ປະຕິບັດດ້ວຍເປົ້າໝາຍແມ່ນປັບປຸງກຳລັງຄວາມສາມາດຮ່ວມສູ້ຮົບ ແລະ ຄວາມສາມາດພົວພັນຕິດຕໍ່ລະຫວ່າງກອງທັບປ້ອງກັນອາກາດຂອງສອງປະເທດ.

ການຊ້ອມຮົບດຳເນີນໄປພາຍຫລັງ 1 ມື້ ທີ່ສປປ ເກົາຫລີ ກ່າວເຕືອນ ຈະມີການໂຕ້ຕອບແຂງກະດ້າງທີ່ສຸດ ສຳລັບບໍ່ວ່າການກະທຳດ້ານການທະຫານໃດຂອງ ອາເມລິກາ ຕາມຫລັກການ “ນິວເຄຼຍຕໍ່ສູ້ກັບ ນິວເຄຼຍ ແລະ ສູ້ຢັນຮອບດ້ານກັບສູ້ຢັນຮອບດ້ານ”

ຕອບກັບ

ຂ່າວ/ບົດ​ອື່ນ