ສ. ໄຊ​ປ​ຣັດ ກອບກູ້​ເອົາ​ຊີ​ວິດ 86 ຄົນ​ທີ່​ປະ​ສົບ​ເຄາະ​ຮ້າຍ​ຢູ່ ທະ​ເລເມ​ດີ​ເຕ​ຣາ​ເນຍ

(VOVWORLD) - ານເຄື່ອນໄຫວກູ້ໄພກູ້ຊີບ ໄດ້ປະຕິບັດສຳເລັດ, ສົ່ງຊາວອົບພະຍົບ 86 ຄົນເຂົ້າທຽບທ່າຢ່າງປອດໄພ. ຄາດວ່າ, ບັນດາບຸກຄົນດັ່ງກ່າວຈະຖືກໄດ້ສົ່ງໄປສູນຕ້ອນຮັບຊາວອົບພະຍົບຢູ່ຊານເມືອງ Nicosia.
ສ. ໄຊ​ປ​ຣັດ ກອບກູ້​ເອົາ​ຊີ​ວິດ 86 ຄົນ​ທີ່​ປະ​ສົບ​ເຄາະ​ຮ້າຍ​ຢູ່ ທະ​ເລເມ​ດີ​ເຕ​ຣາ​ເນຍ - ảnh 1ກຳລັງກູ້ໄພກູ້ຊີບກຳລັງຈັດສົ່ງຜູ້ປະສົບເຄາະຮ້າຍໄປບ່ອນປອດໄພ (ພາບ: AFP/TTXVN)

ວັນທີ 20 ສິງຫາ, ສ.ໄຊປຣັດ ແຈ້ງໃຫ້ຊາບວ່າ ໄດ້ກອບກູ້ເອົາຊີວິດຊາວອົບພະຍົບ 86 ຄົນ ພາຍຫຼັງທີ່ກ່ຳປັ່ນຂອງເຂົາເຈົ້າປະສົບອຸປະຕິເຫດຢູ່ທະເລເມດີເຕຣາເນຍ. ສູນປະສານງານການກູ້ໄພກູ້ຊີບລວມ (JRCC) ໃຫ້ຮູ້ວ່າ ກ່ຳປັ່ນລາດຕະເວນຂອງຕຳຫຼວດທະເລ ແລະ ເຮືອນາໂນຄວາມໄວສູງ 2 ລຳ ໄດ້ເຂົ້າຮ່ວມການກູ້ໄພກູ້ຊີບຢູ່ນອກຝັ່ງທະເລ Cape Greco, ໃກ້ກັບເຂດຕາກອາກາດ Ayia Napa. ການເຄື່ອນໄຫວກູ້ໄພກູ້ຊີບ ໄດ້ປະຕິບັດສຳເລັດ, ສົ່ງຊາວອົບພະຍົບ 86 ຄົນເຂົ້າທຽບທ່າຢ່າງປອດໄພ. ຄາດວ່າ, ບັນດາບຸກຄົນດັ່ງກ່າວຈະຖືກໄດ້ສົ່ງໄປສູນຕ້ອນຮັບຊາວອົບພະຍົບຢູ່ຊານເມືອງ Nicosia. ປັດຈຸບັນ, ຍັງບໍ່ທັນມີຂໍ້ມູນກ່ຽວກັບສັນຊາດຂອງບຸກຄົນເຫຼົ່ານີ້.

        ສ. ໄຊປຣັດ - ສະມາຊິກ ສະຫະພາບເອີຣົບ (ອີຢູ), ຖືວ່າ ປະເທດນີ້ ເປັນ “ປະເທດແນວໜ້າ” ບົນເສັ້ນທາງເດີນອົບພະຍົບຂ້າມທະເລເມດີເຕຣາເນຍ. ປະເທດນີ້ ມີຜູ້ຂໍລີ້ໄພກວມເອົາ 5% ໃນຈຳນວນທັງໝົດ 915.000 ຄົນ ທີ່ດຳລົງຊີວິດຢູ່ເກາະ, ເຊິ່ງກວມເອົາອັດຕາສູງສຸດໃນ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ