ສັກ​ວັກ​ຊິນ AstraZeneca ປະ​ສົມ​ກັບ​ວັກ​ຊິນ Pfizer ແມ່ນ​ປອດ​ໄພ ແລະ ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ສັກວັກຊິນ Pfizer/BioNTech ໜຶ່ງເຂັມ ໃຫ້ແກ່ຜູ້ທີ່ສັກວັກຊິນ AstraZeneca ເຂັມທຳອິດແລ້ວ ເຫັນວ່າມີຄວາມປອດໄພ ແລະ ມີປະສິດທິຜົນສູງ.
ສັກ​ວັກ​ຊິນ AstraZeneca ປະ​ສົມ​ກັບ​ວັກ​ຊິນ Pfizer ແມ່ນ​ປອດ​ໄພ ແລະ ມີ​ປະ​ສິດ​ທິ​ຜົນ - ảnh 1ວັກຊິນ AstraZeneca  (ພາບ: TTXVN)

  ຜົນເບື້ອງຕົ້ນໃນການຄົ້ນຄວ້າຂອງ ແອັດສະປາຍ ກ່ຽວກັບການສັກປະສົມບັນດາປະເພດວັກຊິນກັນພະຍາດໂຄວິດ - 19 ໃສ່ກັນ ໄດ້ປະກາດໃນວັນທີ 18 ພຶດສະພາ, ໄດ້ໃຫ້ເຫັນວ່າ ສັກວັກຊິນ Pfizer/BioNTech ໜຶ່ງເຂັມ ໃຫ້ແກ່ຜູ້ທີ່ສັກວັກຊິນ AstraZeneca ເຂັມທຳອິດແລ້ວ ເຫັນວ່າມີຄວາມປອດໄພ ແລະ ມີປະສິດທິຜົນສູງ. ການຄົ້ນຄວ້າດັ່ງກ່າວມີຊື່ວ່າ Combivacs ໂດຍ ສະຖາບັນສຸຂະພາບ Carlos III ຂອງ ແອັດສະປາຍປະຕິບັສຳລັບຜູ້ອາສາສະໝັກປະມານ 670 ຄົນ ຢູ່ເກນອາຍຸແຕ່ 18 – 59 ປີ.

        ທ່ານໝໍ Magdalena Campins ໜຶ່ງໃນບັນດາບຸກຄົນທີ່ນຳໜ້າການຄົ້ນຄວ້າດັ້ງກ່າວ ໃຫ້ຮູ້ວ່າ ມີ 1,7% ຈຳນວນຜູ້ເຂົ້າຮ່ວມມີອາການກະທົບເປັນໜັກຄື ເຈັບຫົວ, ເຈັບກ້າມເນື້ອ ແລະ ປວດໂຕ. ທ່ານນາງ ຢັ້ງຢືນວ່າ ນີ້ບໍ່ແມ່ນບັນດາອາການທີ່ຮ້າຍແຮງ.

        ຢູ່ອັງກິດ ກໍໄດ້ປະຕິບັດການຄົ້ນຄວ້າແບບນີ້ເຊັ່ນດຽວກັນ, ບັນດາໝາກຜົນໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າ ຜູ້ທີ່ສັກເຂັມທຳອິດສຳລັບວັກຊິນ Pfizer ແລະ ເຂັມທີ 2 ສັກວັກຊິນ AstraZeneca ຫຼື ກົງກັນຂ້າມ ປະກົດມີອາການເຈັບຫົວໜ້ອຍໜຶ່ງ ຫຼື ເປັນຫວັດຫຼາຍກວ່າ ຜູ້ທີ່ໄດ້ສັກວັກຊິນປະເພດດຽວກັນໃນທັງສອງເຂັມ. ຄາດວ່າ ປະຕິກິລິຍາຂອງລະບົບພູມຕ້ານທານ ຈະໄດ້ປະກາດໃນຊຸມເດືອນຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ