ສັກວັກຊິນກັນໂຄວິດ-19 ດ້ວຍຂອບຂະໜາດໃຫຍ່ສຸດໃນປະຫວັດສາດຂອງຫວຽດນາມ

(VOVWORLD) -ບັ້ນເຄື່ອນໄຫວສັກວັກຊິນກັນໂຄວິດ-19 ຢູ່ຫວຽດນາມ ຄັ້ງນີ້ແມ່ນບັ້ນເຄື່ອນໄຫວມີຂອບຂະໜາດໃຫຍ່ທີ່ສຸດໃນປະຫວັດສາດສັກວັກຊິນຢູ່ຫວຽດນາມ.
ສັກວັກຊິນກັນໂຄວິດ-19 ດ້ວຍຂອບຂະໜາດໃຫຍ່ສຸດໃນປະຫວັດສາດຂອງຫວຽດນາມ - ảnh 1ການສັກວັກຊິນຢູ່ບັນດາສະຖານທີ່ສັກວັກຊິນຈະໄດ້ຮັບການຄວບຄຸມຢ່າງແໜ້ນແຟ້ນກວ່າ
(ພາບປະກອບ: TTXVN)

ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ ໄດ້ເນັ້ນໜັກຄືແນວນັ້ນທີ່ກອງປະຊຸມຜັນຂະຫຍາຍບັ້ນເຄື່ອນໄຫວສັກວັກຊິນກັນໂຄວິດ-19 ທົ່ວປະເທດ, ເຊິ່ງດຳເນີນໃນຕອນບ່າຍວັນທີ 15 ມິຖຸນາ, ຢູ່ຮ່າໂນ້ຍ. ທ່ານລັດຖະມົນຕີໃຫ້ຮູ້ວ່າ, ໃນໄລຍະຜ່ານມາ ກະຊວງສາທາລະນະສຸກ ໄດ້ມານະພະຍາຍາມຊອກຫາ, ແລກປ່ຽນ, ເຈລະຈາເພື່ອມີແຫຼ່ງສະໜອງວັກຊິນກັນໂຄວິດ-19 ນຳເຂົ້າ ແລະ ຍູ້ແຮງການຄົ້ນຄວ້າ, ຜະລິດວັກຊິນຢູ່ພາຍໃນປະເທດ. ປະຈຸບັນ, ທາງກະຊວງພວມຊອກຫາວັກຊິນຈາກບັນດາແຫຼ່ງສະໜອງວັກຊິນໃນທົ່ວໂລກ ເພື່ອບັນລຸໄດ້ເປົ້າໝາຍໃຫ້ມີວັກສິນກັນໂຄວິດ-19 ຈຳນວນ 150 ລ້ານໂດສ.

        ມີຈຸດໃໝ່ຂອງບັ້ນເຄື່ອນໄຫວສັກວັກຊິນໃນຄັ້ງນີ້ ເຊິ່ງທ່ານລັດຖະມົນຕີ ຫງວຽນແທງລອງ ເນັ້ນໜັກເຖິງນັ້ນແມ່ນ ຈັດຕັ້ງການສັກວັກຊິນຢູ່ບັນດາສະຖານທີ່ສັກວັກຊິນຈະໄດ້ຮັບການຄວບຄຸມຢ່າງແໜ້ນແຟ້ນກວ່າຜ່ານລະບົບບໍລິຫານສັກວັກຊິນອອນລາຍ. ທ່ານລັດຖະມົນຕີກໍ່ຢືນຢັນວ່າ, ທຸກຂັ້ນຕອນສັກວັກຊິນໃນປະຈຸບັນໄດ້ຮັບການກວດກາຄືນ ດ້ວຍທັດສະນະທີ່ວ່າ “ສັກວັກຊິນຮອດໄສ ແມ່ນປອດໄພຮອດນັ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ