ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ຕ້ອງ​ຖື​ເປັນ​ສຳ​ຄັນເໜືອກວ່າ​ສິ່ງ​ໃດ​ໝົດ

(VOVWORLD) -   “ພວກເຮົາໝົດທຸກຄົນຕ້ອງເຊື່ອມຊຶມນ້ຳໃຈຮັບໃຊ້ປະຊາຊົນ, ຕ້ອງຖືສຸຂະພາບຂອງປະຊາຊົນເໜືອກວ່າສິ່ງໃດໝົດ. ພ້ອມດຽວກັນນັ້ນ ຕ້ອງຮັບປະກັນລັກສະນະເປັນມືອາຊີບ, ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນໃຫ້ເປັນຢ່າງດີທີ່ສຸດ..."
ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ຕ້ອງ​ຖື​ເປັນ​ສຳ​ຄັນເໜືອກວ່າ​ສິ່ງ​ໃດ​ໝົດ - ảnh 1ທ່ານ ຫງວຽນຈ້ອງເຫງຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໄປຢ້ຽມຢາມ ແລະ ອວຍພອນຖັນແຖວແພດໝໍ, ພາລະກອນການແພດ ໂຮງໝໍເດັກສູນກາງ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 68 ປີ (ວັນທີ 27 ກຸມພາ  1955 – 27 ກຸມພາ 2023), ຕອນເຊົ້າວັນທີ 21 ກຸມພາ, ທ່ານ ຫງວຽນຈ້ອງເຫງຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນຖັນແຖວແພດໝໍ, ພາລະກອນການແພດ ໂຮງໝໍເສນາຮັກ 103 ແລະ ໂຮງໝໍເດັກສູນກາງ. ກ່າວຄຳເຫັນທີ່ໂຮງໝໍສອງແຫ່ງດັ່ງກ່າວ, ທ່ານ ຫງວຽນຈ້ອງເຫງຍ ຖືວ່າ ໃນໄລຍະຈະມາເຖິງ, ຂະແໜງສາທາລະນະສຸກຕ້ອງສືບຕໍ່ມານະພະຍາຍາມ, ແກ້ໄຂທຸກຄວາມຫຍຸ້ງຍາກ, ເສີມຂະຫຍາຍພູມປັນຍາ, ຄວາມສາມາດດ້ານວິຊາສະເພາະຂອງຕົນ, ຍົກສູງຄຸນນະພາບຂອງການຄົ້ນຄວ້າວິທະຍາສາດ, ບຳລຸງສ້າງພະນັກງານ…

        “ພວກເຮົາໝົດທຸກຄົນຕ້ອງເຊື່ອມຊຶມນ້ຳໃຈຮັບໃຊ້ປະຊາຊົນ, ຕ້ອງຖືສຸຂະພາບຂອງປະຊາຊົນເໜືອກວ່າສິ່ງໃດໝົດ. ພ້ອມດຽວກັນນັ້ນ ຕ້ອງຮັບປະກັນລັກສະນະເປັນມືອາຊີບ, ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນໃຫ້ເປັນຢ່າງດີທີ່ສຸດ. ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງການແພດ ຫວຽດນາມ, ເຊື່ອມໂຍງເຂົ້າກັບສາກົນດ້ວຍນ້ຳໃຈຄວາມເປັນເຈົ້າ. ເພື່ອສາມາດເປັນເຈົ້າໄດ້ນັ້ນ ພວກເຮົາຕ້ອງມີລະດັບຄວາມຮູ້ວິຊາສະເພາະ. ທຸກໂຮງໝໍລ້ວນແຕ່ເປັນສະຖານທີ່ປິ່ນປົວທີ່ສຳຄັນຂອງປະເທດຊາດ, ສະນັ້ນ ພວກເຮົາຕ້ອງປະຕິບັດໃຫ້ດີກວ່າອີກ”

ຕອບກັບ

ຂ່າວ/ບົດ​ອື່ນ