ສຸຂະພາບຂອງອະດີດ ປະທານາທິບໍດີອາຟຼິກ ກາໃຕ້ Mandela ເປັນປົກກະຕິແລ້ວ


 ສຸຂະພາບຂອງອະດີດ ປະທານາທິບໍດີອາຟຼິກ ກາໃຕ້ Mandela ເປັນປົກກະຕິແລ້ວ - ảnh 1

(ພາບ: AFP)

(vovworld)-​​​​ ​ ​ເຖິງ​ວ່າສຸຂະພາບຂອງ​ອະດີດປະທານາທິບໍດີ​ອາ​ຟຼິກກາ​ໃຕ້ ​Nelson Mandela ຍັງ​ຢູ່​ໃນ​ອາການ​ອັນຕະລາຍ​ກໍ່ຕາມແຕ່​ກໍ່​ມີ​ຍັນ​ຍານ​ອັນຕັ້ງໜ້າ​. ຫ້ອງ​ວ່າການ ປະທານາທິບໍດີ​ອາ​ຟຼິກກາ​ໃຕ້​ໄດ້​ຍົກ​ອອກ​ຄຳ​ປະກາດ​ຄື​ດັ່ງກ່າວ ພາຍຫຼັງ​ທີ່​ທ່ານ Jacob Zuma ປະທານາທິບໍດີ​ອາ​ຟຼິກກາ​ໃຕ້ ມາ​ຢ້ຽມຢາມ​ທ່ານ Nelson Mandela ຊື່​ງພວມ​ໄດ້​ຮັບ​ການ​ປິ່ນປົວ​ພະຍາດ​ຢູ່​ເຮືອນ​ສ່ວນ​ຕົວ​ຂອງ​ທ່ານ​ເມື່ອ​ວັນ​ທີ 18/11 ​ແລະ ​ເຂົ້າຮ່ວມ​ພິທີ​ເປີດ​ສະຫຼອງ​​ເຂດອະນຸສອນ​ສະຖານທ່ານ Nelson Mandela ຢູ່ Houghton  ຊານ​ນະຄອນ​ທາງ​ທິດ​ເໜືອ Johannesburg.

  ທ່ານ Nelson Mandela ອາຍຸ 95 ປີ, ​ກາຍ​ເປັນປະທານາທິບໍດີ​ຜີວ​ດຳ​ຄົນ​ທຳ​ອິດ​ຂອງ​ປະ​ເທດ ສ.ອາ​ຟຼິກກາ​ໃຕ້ ​ເມື່ອ​ປີ 1994 ພາຍຫຼັງ​​ໄດ້​ນຳ​ໜ້າ​ບັນດາ​ການ​ເຈລະຈາ​ພາ​ໄປ​ເຖິງ​ຢຸດຕິ​ການ​ປົກຄອງ​ຂອງ​ພວກ​ຜີວ​ຂາວ​ສ່ວນ​ໜ້ອຍ, ຢຸດຕິ​ລະບອບ​ຈຳ​ແນ​ກ​ເຊື້ອຊາດ​ຜີວພັນ Apartheid ​ແລະ ​ເປີດ​ທາງ​ໃຫ້​ແກ່​ການ​ເລືອກ​ຕັ້ງປະຊາທິປະ​ໄຕຄັ້ງປະຖົມມະ​ເລິກ​ຢູ່​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ