ສິງກະໂປ ສືບຕໍ່ແມ່ນພື້ນຖານເສດຖະກິດແກ່ງແຍ້ງທີ່ສຸດໃນໂລກ

(VOVWORLD) -  ສິງກະໂປ ສືບຕໍ່ແມ່ນພື້ນຖານເສດຖະກິດແກ່ງແຍ້ງທີ່ສຸດໃນໂລກໃນ 2 ປີຕິດຕໍ່ກັນ. ຂໍ້ມູນຂ່າວດັ່ງກ່າວ ໂດຍສະຖາບັນພັດທະນາຄຸ້ມຄອງ (IMD) ທີ່ມີສຳນັກງານຕັ້ງຢູ່ປະເທດ ສະວິດ ເປັນອົງການຈັດຕາຕະລາງກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງຂອງບັນດາພື້ນຖານເສດຖະກິດໃນໂລກ .
ສິງກະໂປ ສືບຕໍ່ແມ່ນພື້ນຖານເສດຖະກິດແກ່ງແຍ້ງທີ່ສຸດໃນໂລກ - ảnh 1ສິງກະໂປ ສືບຕໍ່ແມ່ນພື້ນຖານເສດຖະກິດແກ່ງແຍ້ງທີ່ສຸດໃນໂລກ (ພາບ: Reuters)

        ສິງກະໂປ ບືນຕົວຂຶ້ນຢູ່ອັນດັບທີໜຶ່ງ ຍ້ອນມີພື້ນຖານໂຄງລ່າງເຕັກໂນໂລຊີທີ່ທັນສະໄໝ ແລະ ກຳລັງແຮງງານມີລະດັບຄວາມຮູ້ສູງ. ບັນດາປັດໄຈທີ່ນຳມາເຊິ່ງຜົນສຳເລັດໃຫ້ແກ່ ສິງກະໂປ ລວມມີຜົນງານດ້ານເສດຖະກິດທີ່ໂດດເດັ່ນຂອງປະເທດນີ້, ເລີ່ມຈາກການຄ້າ ແລະ ການລົງທຶນສາກົນຢ່າງແຮງ, ບັນດາມາດຕະການຕັ້ງໜ້າຂອງລັດຖະບານ ແນໃສ່ໜູນຊ່ວຍຂົງເຂດຮັບສະໝັກພະນັກງານ ແລະ ຕະຫລາດແຮງງານ. ຖັດມາແມ່ນປະເທດ ແດນມາກ, ສະວິດ, ໂຮນລັງ ແລະ ຮົງກົງ.

ຕອບກັບ

ຂ່າວ/ບົດ​ອື່ນ