ສິງກະໂປ ຮຽກຮ້ອງໃຫ້ ອາຊຽນ ແລະ ຈີນ ສ້າງສຳເລັດ COC ໂດຍໄວ

(VOVWORLD) - ທ່ານ Ng Eng Hen ໃຫ້ຮູ້ຕື່ມອີກວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ກໍ່ຄວນໄດ້ຮັບການປັບປຸງຍ້ອນ “ນີ້ແມ່ນກອບນິຕິກຳເຊິ່ງທັງສິດໃນການເດີນທະເລ

ສິງກະໂປ ຮຽກຮ້ອງໃຫ້ ອາຊຽນ ແລະ ຈີນ ສ້າງສຳເລັດ COC ໂດຍໄວ - ảnh 1 ທ່ານ Ng Eng Hen, ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ

(ພາບ: AFP/TTXVN)

ວັນທີ 6 ສິງຫາ, ທ່ານ Ng Eng Hen, ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ ໃຫ້ຮູ້ວ່າ: ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຈີນ ຄວນຊຸກຍູ້ ແລະ ສ້າງສຳເລັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ ເພື່ອຄວາມໝັ້ນຄົງທາງທະເລ, ຈາກນັ້ນ, ອົງການພາກພື້ນນີ້ອາດຈະຮັກສາບົດບາດໃຈກາງຂອງຕົນ. ທ່ານ Ng Eng Hen ໃຫ້ຮູ້ຕື່ມອີກວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ກໍ່ຄວນໄດ້ຮັບການປັບປຸງຍ້ອນ “ນີ້ແມ່ນກອບນິຕິກຳເຊິ່ງທັງສິດໃນການເດີນທະເລ ແລະ ສິດຂຸດຄົ້ນຊັບພະຍາກອນລ້ວນແຕ່ຖືນັ້ນເປັນພື້ນຖານ”. ເພື່ອຮັກສາບົດບາດໃຈກາງ, ອາຊຽນ ຄວນຢຶດໝັ້ນຮັກສາ “ລັກສະນະເປັນກາງ, ຮອບດ້ານ ແລະ ເປີດອົກເປີດໃຈ”.

        ກ່າວຄຳເຫັນໃນລາຍການ ອາຊີ - ປາຊີຟິກ ຄັ້ງທີ 20, ທ່ານ Ng Eng Hen ເນັ້ນໜັກບັນດາຂົງເຂດຄື: ການຄ້າ, ການເຊື່ອມຕໍ່ ແລະ ການປ້ອງກັນຊາດ ແມ່ນບັນດາຂົງເຂດເຊິ່ງ ອາຊຽນ ຄວນສຸມໃສ່ເພື່ອແນໃສ່ຮັກສາບົດບາດໃຈກາງ. ທ່ານ Ng Eng Hen ກໍ່ຮຽກຮ້ອງໃຫ້ບັນດາສະມາຊິກ ອາຊຽນ ຄວນມີສະຕິຕໍ່ບັນດາໄພນາບຂູ່ດ້ານຄວາມໝັ້ນຄົງຄືລັດທິກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ