ສິງກະໂປ - ໄທເພີ່ມທະວີການເຊື່ອມຕໍ່ໃນປະຊາຄົມເສດຖະກິດອາຊຽນ

ສິງກະໂປ - ໄທເພີ່ມທະວີການເຊື່ອມຕໍ່ໃນປະຊາຄົມເສດຖະກິດອາຊຽນ - ảnh 1
ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ Vivian Balakrishnan
(ພາບ: TTXVN)

(vovworld) - ວັນ​ທີ 28/3, ທ່ານ Vivian Balakrishnan ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສິງ​ກະ​ໂປມີ​ການ​ຢ້ຽມຢາມ ​ໄທ​ເປັນ​ເວລາ 2 ວັນ, ຕາມ​ຄຳ​ເຊີນ​ຂອງຜູ້​ຮ່ວມ​ຕຳ​ແ​ໜ່ງ​ທ່ານ ດອນ ປະ​ຣນັດ​ວິ​ໄນ ກ່າວ​ຄຳ​ເຫັນ​ໃນ​ການ​ຢ້ຽມຢາມ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ Vivian Balakrishnan ​ເນັ້ນ​ໜັກ​ວ່າ, ສອງ​ປະ​ເທດ​ຄວນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ການ​ຄ້າ ກໍ່​ຄື​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ໃນ​ປະຊາ​ຄົມ​ເສດຖະກິດ​ ອາ​ຊຽນ. ສອງ​ຝ່າຍ​ກໍ່​ວາງ​ແຜນການ​ຮ່ວມ​ມື​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ກໍ່​ຄື​ບັນຫາ​ກະສິກຳ ​ແລະ ການ​ຮັບປະກັນ​ດ້ານ​ທັນ​ຍາຫານ. ​ໃນ​ວັນ​ດຽວ​ກັນ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ Vivian Balakrishnan ກໍ່​ມີ​ການ​ພົບ​ປະເຈລະຈາ​ກັບທ່ານ​ນາຍົກລັດຖະມົນຕີ​ໄທ ປຣາຢຸດ ຈັນ​ໂອ​ຈາ, ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ​ຮັບຜິດຊອບ​ບັນຫາ​ເສດຖະກິດ ​ແລະ ການ​ຕ່າງປະ​ເທດ ສົມ​ຄິດ ຈະຕຸ​ສີ​ພິທັກ. ​ໄທ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 9 ຂອງ ສິງ​ກະ​ໂປ​ໃນ​ປີ 2015 ດ້ວຍ​ຍອດ​ວົງ​ເງິນ​ແລກປ່ຽນ​ດ້ານ​ການ​ຄ້າ​ບັນລຸ 21,5 ຕື້ USD

 

ຂ່າວ/ບົດ​ອື່ນ