ສິງກະໂປຍົກສູງສະຕິລະວັງຕົວພາຍຫຼັງການບຸກໂຈມຕີບໍ່ບັນລຸຜົນສຳເລັດແນໃສ່ປະເທດນີ້

ສິງກະໂປຍົກສູງສະຕິລະວັງຕົວພາຍຫຼັງການບຸກໂຈມຕີບໍ່ບັນລຸຜົນສຳເລັດແນໃສ່ປະເທດນີ້ - ảnh 1
ເກາະ Marina

(vovworld) – ວັນ​ທີ 6/8, ສິງກະ​ໂປ​ ຮຽກຮ້ອງ​ໃຫ້​ປະຊາຊົນ​ຍົກ​ສູງ​ສະຕິ​ລະວັງ​ຕົວ​ໃນ​ສະພາບ​ການ​ປະ​ເທດນີ້​ຖືກ​ສັ່ນສະ​ເທືອ​ນຕໍ່ໜ້າ​ກົນອຸບາຍ​ບຸກ​ໂຈ​ມຕີ​ບໍ່​ບັນລຸ​ຜົນສຳ​ເລັດ​ກ່ອນ​ນັ້ນ​ໜຶ່ງ​ວັນ. ຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ສິງກະ​ໂປ K.Shanmugam, ບັນດາ​ຜູ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ໄດ້​ມີ​ກົນອຸບາຍ​ຍິງ​ລູກ​ຈະລວດ​ແນ​ໃສ່​ເຂດ Marina Bay, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ໃຈກາງ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຫຼາຍ​ທີ່​ສຸດ​ຢູ່​ສິງ​ກະ​ໂປ. ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ສິງກະ​ໂປ ​ເນັ້ນ​ໜັກ​ກົນອຸບາຍ​ບໍ່​ບັນລຸ​ຜົນສຳ​ເລັດ​ດັ່ງ​ກ່າວ​ກໍ່​ແມ່ນ​ຕົວຢ່າງ​ພົ້ນ​ເດັ່ນ​ຂອງ​ບັນດາ​ການ​ບຸກ​ໂຈມ​ຕີຈາກ​ບັນດາ​ສ່ວນ​ບຸກຄົນ, ກຸ່ມ​ຄົນ​ມີ​ແນວ​ຄິດ​ຫົວຮຸນ​ແຮງ.

        ກໍ່​ໃນ​ວັນທີ 6/8, ຕຳຫຼວດ ສິງກະ​​ໂປ ​ໄດ້​ຢັ້ງຢືນGigih Rahmat Dewa ​ແມ່ນ​ຫົວ​ໂປ​ກຸ່ມ​ເປົ້າ​ໝາຍ 6 ຄົນ​ຖືກ​ຈັບ​ຕົວ​ໃນ​ວັນ​ທີ 5/8 ຢູ່​ເກາະ Batam, ອິນ​ໂດ​ເນ​ເຊຍ ຍ້ອນ​ຖືກ​ລະ​ແວງ​ສົງ​ໄສ​ມີ​ກົນອຸບາຍ​ຍິງ​ລູກ​ຈະ​ລວດ​ຈາກ​ເກາະ Batam ​ໄປ​ສູ່ ສິງກະ​ໂປ.

 



ຂ່າວ/ບົດ​ອື່ນ