ສິງກະໂປປັບປຸງລັດຖະທຳມະນູນ

ສິງກະໂປປັບປຸງລັດຖະທຳມະນູນ - ảnh 1
ສະພາ​ແຫ່ງ​ຊາດ ສິງກະ​ໂປ
(ພາບອິນເຕີແນັດ)


(vovworld) - ວັນ​ທີ 9/11, ສະພາ​ແຫ່ງ​ຊາດ ສິງກະ​ໂປ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ປັບປຸງ​ລັດຖະທຳ​ມະນູນ ​ເພື່ອ​ແນ​ໃສ່​ຍົກ​ສູງ​ມາດຕະຖານ​ສຳລັບ​ຜູ້​ສະໝັກ​​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ​ແລະ ຮັບປະກັນ​ລັກສະນະ​ເປັນ​ຕົວ​ແທນ​ບັນດາ​​ເຊື້ອ​ຊາດ, ​ເປີດ​ຊ່ອງ​ທາງ​ໃຫ້​ປະ​ເທດ​ນີ້​ມີປະທານາທິບໍດີ​ເຊື້ອ​ຊາດ ມາ​ເລ​ເຊຍ ຜູ້​ທຳ​ອິດ​ໃນຕະຫຼອດ​ໄລຍະ 40 ປີຜ່ານມາ. ພາຍຫຼັງ​ປຶກສາ​ຫາລື​ຢ່າງ​​ເຄັ່ງ​ຕຶງ​ມາ​ເປັນ​ເວລາ 3 ວັນ ຢູ່​ສະພາ​ແຫ່ງ​ຊາດ, ສະມາຊິກ​ລັດຖະສະພາ 77 ທ່ານ​ໄດ້​ສະໜັບສະໜູນ​ກົດໝາຍ​ນີ້, ​ໃນ​ຂະນະ​ນັ້ນ ສະມາຊິກ​ລັດຖະສະພາ 6 ທ່ານ​ທີ່​ຂຶ້ນ​ກັບ​ພັກ​ກຳມະກອນ (WP) ຝ່າຍ​ຄ້ານ ​ໄດ້​ປ່ອນ​ບັດ​ຄ້ານ. ຕາມ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ແລ້ວ, ສິງກະ​ໂປ​ ຈະ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະ​ເພາະ​ສຳລັບ​ກຸ່ມ​ເຊື້ອ​ຊາດ​ພິ​ເສດ, ພາຍຫຼັງ 5 ອາຍຸ​ການ​ຢ່າງ​ຕໍ່​ເນື່ອງ​ບໍ່​ມີ​ໃຜ​ໃນ​ກຸ່ມ​ນີ້​ໄດ້​ຮັບເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ ສິງກະ​ໂປ​ ໃນ​ປີ 2017 ຈະ​ສະຫງວນ​ໃຫ້​ບັນດາ​ຜູ້​ສະໝັກ​ເລືອກ​ຕັ້ງ​ຂອງ​ປະຊາ​ຄົມ​ຊາວ​ເຊື້ອ​ຊາດ ມາ​ເລ​ເຊຍ.

ຂ່າວ/ບົດ​ອື່ນ