ສິງກະໂປພ້ອມກັບອາຊຽນປັບປຸງກຳລັງແຮງປະເຊີນຫນ້າກັບສິ່ງທ້າທາຍລວມ

(VOVWORLD) -ອາຊຽນ ດ້ວຍ 10 ປະເທດສະມາຊິກ ປະຈຸບັນ ໄດ້ນຳມາເຊິ່ງສັນຕິພາບ, ການເຕີບໂຕດ້ານເສດຖະກິດ ແລະ ວັດທະນາຖາວອນໃຫ້ແກ່ປະຊາຊົນໃນພາກພື້ນ.

 ໃນຖານະເປັນປະທານໝູນວຽນ ຂອງ ອາຊຽນ, ສິງກະໂປ ຈະມານະພະຍາຍາມເພີ່ມທະວີກຳລັງແຮງໃຫ້ແກ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເພື່ອແນໃສ່ ປະເຊີນຫນ້າກັບບັນດາໄພນາບຂູ່ລວມຢ່າງມີປະສິດທິຜົນຄື: ການກໍ່ການຮ້າຍ, ອາດຊະຍາກຳເຄືອຂ່າຍອິນເຕີແນັດ ແລະ ບັນຫາປ່ຽນແປງຂອງດິນຟ້າອາກາດ. ນັ້ນແມ່ນຄຳຖະແຫລງຂອງທ່ານ ນາຍົກລັດຖະມົນຕີ ສິງກະໂປ ຫລີຊຽນຫລົງ ໃນວັນທີ  12 ມັງກອນ ຢູ່ ພິທີໄຂງານບຸນ ອາຊຽນ ໂດຍ ກະຊວງການຕ່າງປະເທດ ສິງກະໂປ ຈັດຕັ້ງ ເພື່ອເລີ່ມເຄື່ອນໄຫວອາຍຸການປະທານໝູນວຽນ ອາຊຽນ ຂອງປະເທດນີ້.

        ທ່ານ ຫລີຊຽນຫລົງ ໃຫ້ຮູ້ວ່າ: ສິງກະໂປ ຈະມານະພະຍາຍາມຫນູນຊ່ວຍບັນດາພື້ນຖານເສດຖະກິດສະມາຊິກ ອາຊຽນ ປ່ຽນໃຫມ່ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຊີຫລາຍກວ່າໃນບັນດາຂົງເຂດ. ເມື່ອເຕື້ອງເຖິງວິວັດການສ້າງຕັ້ງ ແລະ ພັດທະນາຂອງອາຊຽນ ນັບແຕ່ປີ 1967, ທ່ານ ຖືວ່າ ອາຊຽນ ດ້ວຍ 10 ປະເທດສະມາຊິກ ປະຈຸບັນ ໄດ້ນຳມາເຊິ່ງສັນຕິພາບ, ການເຕີບໂຕດ້ານເສດຖະກິດ ແລະ ວັດທະນາຖາວອນໃຫ້ແກ່ປະຊາຊົນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ