ສົງ​ຄາມ​ຢູ່ ກາ​ຊາ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ ແລະ ຮັບ​ບາດ​ເຈັບ​ສືບ​ຕໍ່​ເພີ່ມ​ຂຶ້ນ

(VOVWORLD) - ໃນຈຳນວນຜູ້ໄດ້ຮັບບາດເຈັບ ມີຫຼາຍກໍລະນີເປັນອັນຕະລາຍທີ່ສຸດ ແລະ ຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດອາດຈະສືບຕໍ່ເພີ່ມຂຶ້ນ ຍ້ອນຍັງມີຜູ້ຫາຍສາບສູນເປັນຈຳນວນຫຼາຍ, ໃນຂະນະທີ່ ການປະທະກັນກັບບັນດາມືປືນແຊກຊືມຈາກເຂດ ກາຊາ ຍັງສືບຕໍ່ດຳເນີນ.
ສົງ​ຄາມ​ຢູ່ ກາ​ຊາ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ ແລະ ຮັບ​ບາດ​ເຈັບ​ສືບ​ຕໍ່​ເພີ່ມ​ຂຶ້ນ - ảnh 1ພາບປະກອບ: Reuters

ຕອນຄ່ຳວັນທີ 8 ຕຸລາ, ອົງການສາທາລະນະສຸກ ອິດສະລາແອັນ ໄດ້ຢັ້ງຢືນມີພົນລະເມືອງປະເທດນີ້ ຫຼາຍກ່ວາ 700 ຄົນ ຖືກເສຍຊີວິດ ແລະ ມີຜູ້ຮັບບາດເຈັບ 2.200 ຄົນ ໃນເຫດບຸກໂຈມຕີດ້ວຍຂອບຂະໜາດໃຫຍ່ ໂດຍບັນດາມືປືນຂອງຂະບວນການອິດສະລາມ Hamas ເລັ່ງໃສ່ເຂດພາກໃຕ້ປະເທດອິດສະລາແອັນ ໃນຕອນເຊົ້າວັນທີ 7 ຕຸລາ.

ໃນຈຳນວນຜູ້ໄດ້ຮັບບາດເຈັບ ມີຫຼາຍກໍລະນີເປັນອັນຕະລາຍທີ່ສຸດ ແລະ ຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດອາດຈະສືບຕໍ່ເພີ່ມຂຶ້ນ ຍ້ອນຍັງມີຜູ້ຫາຍສາບສູນເປັນຈຳນວນຫຼາຍ, ໃນຂະນະທີ່ ການປະທະກັນກັບບັນດາມືປືນແຊກຊືມຈາກເຂດ ກາຊາ ຍັງສືບຕໍ່ດຳເນີນ. ໃນຖະແຫຼງການທີ່ໄດ້ປະກາດໃນຕອນຄ່ຳວັນທີ 9 ຕຸລາ, ຜູ້ຕາງໜ້າກອງທັບ ອິດສະລາແອັນ ໄດ້ຢັ້ງຢືນ ສົງຄາມກັບ Hamas ຈະແກ່ຍາວ ແລະ ໃນຊຸມວັນຈະມາເຖິງແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ໃນຂະນະນັ້ນ ຢູ່ເຂດ ກາຊາ, ອົງການສາທາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າມີຜູ້ເສຍຊີວິດ ແລະ ຮັບບາດເຈັບ ນັບສິບຄົນຕື່ມອີກ ໃນເຫດບຸກໂຈມຕີທາງອາກາດຄັ້ງຫຼ້າສຸດທີ່ໄດ້ດຳເນີນນັບແຕ່ຕອນບ່າຍຮອດຕອນຄ່ຳວັນທີ 8 ຕຸລາ ຂອງກອງທັບອິດສະລາແອັນ ທີ່ແນໃສ່ເຂດດິນແດນນີ້.

ກ່ຽວຂ້ອງເຖິງປະຕິກິລິຍາຂອງສາກົນ, ວັນທີ 8 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດຈະໜູນຊ່ວຍ ແກ່ອິດສະລາແອັນ ຢ່າງຮີບດ່ວນ ເພື່ອຮັບມືກັບການບຸກໂຈມຕີທີ່ບໍ່ເຄີຍມີມາກ່ອນຂອງ Hamas, ແຕ່ບໍ່ເຜີຍໃຫ້ຮູ້ຂໍ້ມູນລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ