ສົງ​ຄາມ​ຢູ່ ຕ​າ​ເວັນ​ອອກ​ກາງ: ຈຳ​ນວນ​ຜູ້​ຮັບບ​າດ​ເຈັບ ແລະ ເສຍ​ຊີ​ວິດ​ທັງ​ໝົດ​ຢ​ູ່​ເຂດ ກາ​ຊາ ຫຼາຍກວ່າ 100.000 ຄົນ

(VOVWORLD) - ຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດໃນບັ້ນບຸກໂຈມຕີຮ່ວມກຳລັງຂອງກອງທັບ ອິດສະຣາແອັນ ເຂົ້າເຂດ ກາຊາ ໃນເກືອບ 5 ເດືອນຜ່ານມາ ແມ່ນຫຼາຍກວ່າ 100.000 ຄົນ.

ຕອນຄ່ຳວັນທີ 27 ກຸມພາ, ອົງການສາທາລະນະສຸກ ປາແລັດສະຕິນ ຢູ່ເຂດ ກາຊາ ໃຫ້ຮູ້ວ່າ: ຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດໃນບັ້ນບຸກໂຈມຕີຮ່ວມກຳລັງຂອງກອງທັບ ອິດສະຣາແອັນ ເຂົ້າເຂດ ກາຊາ ໃນເກືອບ 5 ເດືອນຜ່ານມາ ແມ່ນຫຼາຍກວ່າ 100.000 ຄົນ, ໃນນັ້ນ ມີຜູ້ເສຍຊີວິດເກືອບ 30.000 ຄົນ ແລະ ຜູ້ຮັບບາດເຈັບກວ່າ 70.000 ຄົນ. ຜູ້ປະສົບເຄາະຮ້າຍສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນ ເດັກນ້ອຍ ແລະ ແມ່ຍິງກວມເອົາກວ່າ 70%. ນອກຈາກນັ້ນແລ້ວ, ຍັງມີຜູ້ຫາຍສາບສູນກວ່າ 7.000 ຄົນ ແລະ ອາດຈະເສຍຊີວິດແລ້ວ.

        ກ່ຽວຂ້ອງເຖິງສະພາບການປະທະກັນຜ່ານຊາຍແດນລະຫວ່າງກອງທັບ ອິດສະຣາແອັນ ແລະ ກຳລັງ Hezbollah ຢູ່ພາກໃຕ້ ລີບັງ, ຕອນຄ່ຳວັນທີ 27 ກຸມພາ, ທ່ານຫົວໜ້າເສນາທິການກອງທັບ ອິດສະຣາແອັນ Herzi Halevi  ໄດ້ກ່າວເຕືອນວ່າ Hezbollah ຈະຖືກເສຍຫາຍຫຼາຍຢ່າງ ຖ້າຫາກວ່າສືບຕໍ່ເປີດກວ້າງບັ້ນບຸກໂຈມຕີແນໃສ່ ອິດສະຣາແອັນ ໃນໄລຍະຜ່ານມາ.

ນັກຂ່າວ VOV ປະຈຳ ອີຢິບ


ຕອບກັບ

ຂ່າວ/ບົດ​ອື່ນ