ສົງຄາມຫວຽດນາມຜ່ານຮູບຖ່າຍຂອງສຳນັກຂ່າວສານAP

ສົງຄາມຫວຽດນາມຜ່ານຮູບຖ່າຍຂອງສຳນັກຂ່າວສານAP - ảnh 1
(ພິທີ​ໄຂ​ງານ​ວາງສະ​ແດງຮູບ​ຖ່າຍກ່ຽວກັບ
ສົງ​ຄາມຢູ່ຫວຽດນາມຂອງ AP)

(vovworld) – ງານ​ວາງສະ​ແດງ​ຮູບ​ຖ່າຍ “​ສົງ​ຄາມຢູ່ຫວຽດນາມຜ່ານ​ຮູບ​ຖ່າຍ” ​ໂດຍ​ສຳນັກ​ຂ່າວສານ AP ຖ່າຍ​ທຳ,  ​ຖືກ​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 12/6 ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ວາງສະ​ແດງ​ມີ​ທ່ານບຸ່ຍ​ແທງ​ເຊີນ, ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ Gary Pruitt, ປະທານ​ທັງ​ເປັນຜູ້ອຳນວຍການ​ໃຫຍ່ສຳນັກ​ຂ່າວສານ AP, ນັກ​ຖ່າຍຮູບ Nick Út.

          ຮູບ​ຖ່າຍ 50 ​ແຜ່ນ​ຂອງ​ບັນດາ​ນັກ​ຂ່າວ​ AP ​ທີ່ຖ່າຍ​ທຳ​ໃນ​ຊຸມ​ເດືອນ, ​ປີ​ແຫ່ງສົງຄາມ​ຢູ່ ຫວຽດນາມ ​​ຖືກວາງສະ​ແດງ​ຢູ່ ຫໍ​ວາງສະ​ແດງ 45 ຈ່າງ​ຕ່ຽນ ​ໃນ​ລະຫວ່າງ​ວັນ​ທີ 12-26/6. ບັນດາ​ຮູບ​ຖ່າຍ​​ໄດ້​ແນະນຳ​​ໃຫ້​ປະຊາຊົນ ອາ​ເມ​ລິ​ກາ ກໍ​ຄື​ປະຊາຊົນບັນດາ​ປະ​ເທດ​ໃນ​ໂລກ​ ກ່ຽວ​ກັບຮູບ​ພາບ​ແຫ່ງ​ການຕໍ່ສູ້​ຍາດ​ເອົາ​ເອກະລາດ, ​ຄວາມ​ເສລີ​ພາບຂອງ​ປະ​ຊາ​ຊົນ ຫວຽດນາມ ຢ່າງ​ຄົບ​ຊຸດ. ກ່າວ​ຄຳ​ເຫັນ​ໄຂ​ພິທີ,  ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຫວຽດນາມ ບຸ່ຍ​ແທງ​ເຊີນ, ​ໃຫ້​ຮູ້​ວ່າ:

          “AP​ ໄດ້​ມີ​ບັນດາ​ຮູບ​ພາບ​ຕົວ​ຈິງ​ ກ່ຽວ​ກັບ​ສົງຄາມ ຫວຽດນາມ, ແນະນຳ​​ໃຫ້​ປະຊາຊົນ ອາ​ເມ​ລິ​ກາ ​ແລະ ​ໂລກ​ເຂົ້າ​ໃຈ​ແຈ້ງ ກ່ຽວ​ກັບ​ສົງຄາມ​ຢູ່ ຫວຽດນາມ. AP ໜູນ​ຊ່ວຍ​​ວຽກ​ງານ​ຫາງ​ສຽງທີ່​ສຸດ ​ເພື່ອ​ຄັດຄ້ານ​ສົງຄາມ​ໄຮ້​ເຫດຜົນ. ງານ​ວາງສະ​ແດງ​ຄັ້ງ​ນີ້​ເຊີດ​ຊູ​ຄວາມ​ໝາຍ​ຂອງ 40 ປີ​ແຫ່ງ​ ຫວຽດນາມ ສະ​ເຫຼີ​ມສະຫຼອງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບຕື່ມ​ອີກ ​ແລະ ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ວິວັດ​ການ​ຫັນ​ການ​ພົວພັນ ຫວຽດນາມ-​ອາ​ເມ​ລິ​ກາ ​ເປັນ​ປົກກະຕິ​ໃນ​ຊຸມ​ປີຜ່ານມາ.”

          ທ່ານ Gary Pruitt, ປະທານ​ທັງ​ເປັນຜູ້ອຳນວຍການ​ໃຫຍ່ສຳນັກ​ຂ່າວສານ AP, ​ແບ່ງປັນ​ວ່າ: AP ມີ​ຊຸດ​ຮູບ​ຖ່າຍ​ຢ່າງຮອບດ້ານ ກ່ຽວ​ກັບ​ການ​ຕໍ່ຕ້ານຢູ່ ຫວຽດນາມ. ກ່ອນນີ້ 2 ປີ, ສຳນັກ​ຂ່າວສານ AP ​ໄດ້​ຕົກລົງ​ໃຫ້​ຂ່າວ ກ່ຽວ​ກັບ​​ສົງຄາມ​ດ້ວຍ​ຮູບ​ຖ່າຍ, ຜ່ານ​ນັ້ນ​ປຶ້ມ​ທີ່​ມີ​ຊື່ວ່າ “ຄວາມ​ຈິງ​ກ່ຽວ​ກັບ​ສົງຄາມຫວຽດນາມ” ​​ໄດ້​ຮັບ​ການ​ພິມ​ຈຳໜ່າຍ. ປຶ້ມ​ຫົວ​ນີ້​ເອງ​​​ໄດ້​ກາຍເປັນ​ແຫຼ່ງກະຕຸກ​ຊຸກຍູ້ຈັດງານ​ວາງສະ​ແດງ “ ​ສົງຄາມ​ຢູ່​ຫວຽດນາມຜ່ານ​ຮູບ​ຖ່າຍ”.

 

ຂ່າວ/ບົດ​ອື່ນ