ສິ່ງ​ທ້າ​ທາຍ​ອັນ​ໃຫ​ຍ່ຫຼວງ​ຂອງ​ກຸ່ມ G20

(VOVWORLD) - ຖະແຫຼງການຮ່ວມ ບໍ່ຍອມຮັບວ່າການແກ້ໄຂຄວາມຂັດແຍ່ງທາງການຄ້າແມ່ນຈຳເປັນກໍ່ຄືສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນຈະມີຜົນສະທ້ອນເຖິງການເຕີບໂຕເສດຖະກິດທົ່ວໂລກ.
ສິ່ງ​ທ້າ​ທາຍ​ອັນ​ໃຫ​ຍ່ຫຼວງ​ຂອງ​ກຸ່ມ G20 - ảnh 1ກອງປະຊຸມລັດຖະມົນຕີ ການເງິນ ແລະ ຜູ້ວ່າການທະນາຄານສູນກາງບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) (ພາບ: AFP/TTXVN) 

ພາຍຫຼັງເຮັດວຽກມາເປັນເວລາ 2 ມື້, ກອງປະຊຸມລັດຖະມົນຕີ ການເງິນ ແລະ ຜູ້ວ່າການທະນາຄານສູນກາງບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ເຊິ່ງດຳເນີນຢູ່ນະຄອນ Fukuoka ຂອງຍີ່ປຸ່ນໄດ້ອັດລົງໃນຕອນບ່າຍວັນທີ 9 ມິຖຸນາດ້ວຍຖະແຫຼງການຮ່ວມກ່ຽວກັບບັນດາບັນຫາ ເຄັ່ງຮ້ອນຂອງເສດຖະກິດໂລກ, ໃນນັ້ນໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງບັນດາສິ່ງທ້າທາຍ, ແຕ່ບໍ່ໄດ້ເຕື້ອງເຖິງເນື້ອໃນການຂັດແຍ່ງທາງການຄ້າຢ່າງລະອຽດ.

ຖະແຫຼງການຮ່ວມ ບໍ່ຍອມຮັບວ່າການແກ້ໄຂຄວາມຂັດແຍ່ງທາງການຄ້າແມ່ນຈຳເປັນກໍ່ຄືສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນຈະມີຜົນສະທ້ອນເຖິງການເຕີບໂຕເສດຖະກິດທົ່ວໂລກ. ແທນທີ່ນັ້ນ, ເອກະສານ ຍອມຮັບພຽງແຕ່ການເພີ່ມທະວີຄວາມເຄັ່ງຕຶງທາງການຄ້າ ແລະ ພູມີສາດການເມືອງແມ່ນບັນດາສິ່ງທ້າທາຍສຳລັບເສດຖະກິດທົ່ວໂລກ ແລະ ບັນດາປະເທດໄດ້ໃຫ້ຄຳໝັ້ນສັນຍາຈະສືບຕໍ່ແກ້ໄຂບັນດາຄວາມສ່ຽງອັນຕະລາຍ, ກໍ່ຄືພ້ອມແລ້ວທີ່ຈະມີບັນດາການເຄື່ອນໄຫວເພື່ອຫຼຸດພ່ອນບັນດາການນາບຂູ່ສຳລັບການຄ້າທົ່ວໂລກ   ຕື່ມອີກ. ຖະແຫຼງການຮ່ວມກໍ່ບໍ່ມີຄຳໝັ້ນສັນຍາໃດຂອງ G20 ທີ່ກ່ຽວຂ້ອງເຖິງການຕ້ານລັດທິອາລັກຂາ. ໝາກຜົນນີ້ໄດ້ຖືວ່າເລີ່ມຕົ້ນມາຈາກກຳລັງກົດດັນຂອງອາເມລິກາ, ມີຄວາມສາມາດເປັນໄປໄດ້ຫຼາຍວ່າ ອາເມລິກາຢາກສະກັດກັ້ນທຸກຮົ້ວກີດຂວາງທີ່ອາດຈະຄວບຄຸມນະໂຍບາຍຈັດວາງພາສີໃສ່ສິນຄ້າຂອງຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ