ສັງລວມຫາງສຽງສື່ມວນຊົນສາກົນໃຫ້ຂ່າວສັບປະດາຂັ້ນສູງ APEC 2017

(VOVWORLD) -  ພ້ອມກັບເລື່ອງຕີລາຄາສູງກ່ຽວກັບປະເທດເຈົ້າພາບ APEC 2017 ໄດ້ສ້າງເງື່ອນໄຂໃຫ້ສື່ມວນຊົນສາກົນປະຕິບັດງານຢ່າງສະດວກ, ບັນດານັກຂ່າວຕ່າງປະເທດກໍ່ຖືວ່າ ບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດສັບປະດາຂັ້ນສູງ APEC 2017
ສັງລວມຫາງສຽງສື່ມວນຊົນສາກົນໃຫ້ຂ່າວສັບປະດາຂັ້ນສູງ APEC 2017 - ảnh 1 ພາບປະກອບ

ເຂົ້າຮ່ວມການໃຫ້ຂ່າວໃນສັບປະດາຂັ້ນສູງ APEC 2017 ຢູ່ດ່ານັ້ງ ມີນັກຂ່າວສາກົນຫຼາຍຄົນທີ່ມາຈາກບັນດາສຳນັກຂ່າວສານໃນໂລກ. ເຂົາເຈົ້າລ້ວນແຕ່ມີຄວາມປະທັບໃຈຕໍ່ສິ່ງທີ່ດີງາມ ກ່ຽວກັບວຽກງານການຈັດຕັ້ງ ຂອງປະເທດເຈົ້າພາບ ຫວຽດນາມ ທີ່ສະຫງວນໃຫ້ສື່ມວນຊົນ ແລະ ຕີລາຄາສູງ ບັນດາຂໍ້ຕົກລົງທີ່ບັນລຸໄດ້ຢູ່ APEC 2017. ເອື້ອຍ Erwida Maulia, ນັກຂ່າວ ໜັງສືພິມ Nikkei (ຍີ່ປຸ່ນ) ໃຫ້ຮູ້ວ່າ:

        “ນັບແຕ່ມື້ທຳອິດທີ່ຂ້າພະເຈົ້າມາແຫ່ງນີ້ ເຫັນວ່າສູນການຂ່າວໄດ້ຈັດຕັ້ງດີທີ່ສຸດ, ຊ່ວຍໃຫ້ນັກຂ່າວຮູ້ຈັກບັນດາເຫດການແມ່ນຈັດຕັ້ງຢູ່ໃສໄດ້ຢ່າງງ່າຍດາຍກ່ວາ. ອາຫານທີ່ຢູ່ນີ້ແຊບຫຼາຍ ແລະ ຂ້າພະເຈົ້ານິຍົມອາຫານ ຫວຽດນາມ ຫຼາຍ. ເຖິງວ່າບັນດາສະຖານທີ່ຈັດຕັ້ງກອງປະຊຸມຢູ່ຫ່າງໄກກັນ ແຕ່ນັກຂ່າວຍັງຄົງສາມາດຕິດຕາມຜ່ານໜ້າຈໍຢູ່ທີ່ນີ້ໄດ້ຢ່າງຄົບຖ້ວນ”

        ສ່ວນທ່ານ Patrick O’meara, ນັກຂ່າວຂອງວິທະຍຸ ນິວຊີແລນ, ໄດ້ສະແດງຄວາມເຫັນວ່າ:

        “ຂ້າພະເຈົ້າໄດ້ມາສະຖານທີ່ແຫ່ງນີ້ແຕ່ 2 ປີແລ້ວ, ເມື່ອທ່ານນາຍົກລັດຖະມົນຕີ ນີວຊີແລນ ນຳພາຄະນະວິສາຫະກິດມາ ຫວຽດນາມ. ເມື່ອເວົ້າເຖິງພື້ນຖານດ້ານວັດຖຸຢູ່ທີ່ນີ້ ຄື້ນ wifi ດີທີ່ສຸດ. ປະຊາຊົນສະໜິດສະໜົມ, ຮັກແພງແຂກຄົນ ແລະ ສຸດຈິດສຸດໃຈໃນການຊ່ວຍເຫຼືອແຂກ”

ສັງລວມຫາງສຽງສື່ມວນຊົນສາກົນໃຫ້ຂ່າວສັບປະດາຂັ້ນສູງ APEC 2017 - ảnh 2 ພາບປະກອບ

        ພ້ອມກັບເລື່ອງຕີລາຄາສູງກ່ຽວກັບປະເທດເຈົ້າພາບ APEC 2017 ໄດ້ສ້າງເງື່ອນໄຂໃຫ້ສື່ມວນຊົນສາກົນປະຕິບັດງານຢ່າງສະດວກ, ບັນດານັກຂ່າວຕ່າງປະເທດກໍ່ຖືວ່າ ບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດສັບປະດາຂັ້ນສູງ APEC 2017 ຈະປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ. ທ່ານ Patrick O’meara, ນັກຂ່າວຂອງວິທະຍຸ ນິວຊີແລນ ຖືວ່າ:

        “ຂ້າພະເຈົ້າຄິດວ່າ, APEC ໄດ້ກາຍເປັນເວທີປາໄສສຳຄັນໃຫ້ແກ່ບັນດາປະເທດປຶກສາຫາລື ບັນດາສັນຍາ ແລະ ມາດຕະການ, ແຕ່ເຖິງຢ່າງໃດກໍ່ຕາມ ບໍ່ມີການບັງຄັບຈຳເປັນຕ້ອງປະຕິບັດ. ບັນດາປະເທດອາດຈະຊອກຫາກາລະໂອກາດພັດທະນາຂອງຕົນ. ຕໍ່ໜ້າສະພາບການຄວາມໝັ້ນຄົງສາກົນຂາດສະຖຽນລະພາບ, ສິ່ງທ້າທາຍຈາກການອາລັກຂາການຄ້າຫຼາຍຢ່າງ, ຂ້າພະເຈົ້າຄິດວ່າ APEC ນັບມື້ນັບເປັນການຢັ້ງຢືນຄວາມສຳຄັນໃນບັນດາບັນຫາສາກົນ.”

ຕອບກັບ

ຂ່າວ/ບົດ​ອື່ນ