ສັງລວມໝາກຜົນການແຂ່ງຂັນຂອງຄະນະກິລາ ຫວຽດນາມ ຢູ່ SEA Games 30

(VOVWORLD) -  ໃນການແຂ່ງຂັນກິລາວັນທີ 05 ທັນວາ, ຢູ່ SEA Games, ຄະນະນັກກິລາ ຫວຽດນາມ ແຂ່ງຂັນບັນດາປະເພດກິລາຄື: ບານເຕະຊາຍ, ບານເຕະຍິງ, ລອຍນ້ຳ, ກ໊ອບ, ຢູໂດ, ດອກປີກໄກ່, ມວຍ, ບານບ້ວງ, bowling, ສະນຸກເກີ, ຕີດາບ, ຍິງປືນ, ເທນນິດ, ບານສົ່ງຍິງ, ແຂ່ງຂັນລົດຖີບ…

        ໄລ່ຮອດ 19 ໂມງຕອນຄ່ຳວັນທີ 05 ທັນວາ, ຄະນະນັກກິລາ ຫວຽດນາມ ຍາດໄດ້ ຕື່ມອີກ 12 ຫຼຽນ. ໃນນັ້ນມີຫຼຽນຄຳ 4 ຫຼຽນ, ຫຼຽນເງິນ 3 ຫຼຽນ, ຫຼຽນທອງ 5 ຫຼຽນ.

ສັງລວມໝາກຜົນການແຂ່ງຂັນຂອງຄະນະກິລາ ຫວຽດນາມ ຢູ່ SEA Games 30 - ảnh 1 ຕາຕະລາງຈັດອັນດັບຫຼຽນໄຊ

        ຄະນະນັກກິລາປະເທດເຈົ້າພາບ ຟີລິບປີນ ສືບຕໍ່ນຳໜ້າໃນຕາຕະລາງຈັດອັນດັບຫຼຽນໄຊ ດ້ວຍຫຼຽນຄຳ 63 ຫຼຽນ. ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 2 ດ້ວຍຫຼຽນຄຳ 31 ຫຼຽນ.

        ຕ່ອນຄ່ຳວັນທີ 05 ທັນວາ, ໃນນັດແຂ່ງຂັນສຸດທ້າຍຂອງຮອບຄັດເລືອກ, ທິມບານເຕະ U22 ຫວຽດນາມ ສະເໝີກັບທິມບານເຕະ U22 ໄທ ດ້ວຍ 2 ປະຕູ ຕໍ່ 2 ແລະ ໄດ້ເຂົ້າຮອບຮອງຊະນະເລີດບານເຕະຊາຍ SEA Games 30, ຢືນອັນດັບໜຶ່ງຂອງສາຍ B. ຫລັງຈາກນັ້ນ, ທິມບານເຕະຍິງ ຫວຽດນາມ ກໍ່ເຂ່ຍທິມບານເຕະຍິງປະເທດເຈົ້າພາບ ຟີລິບປີນ ຕົກຮອບໃນນັດແຂ່ງຂັນຮອງຮອບຊະນະເລີດ ເພື່ອເຂົ້າແຂ່ງຂັນຮອບຊິງຊະນະເລີດຊິງຫຼຽນຄຳປະເພດບານເຕະຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ