ສົ່ງສົບຂອງບັນດາຜູ້ປະສົບເຄາະຮ້າຍໃນລົດຕູ້ container ຢູ່ລັດ Essex ປະເທດ ອັງກິດ ກັບເມືອປະເທດ

(VOVWORLD) -ຕອນເຊົ້າວັນທີ 27 ພະຈິກ, ສົບຂອງບັນດາຜູ້ປະສົບເຄາະຮ້າຍໃນລົດຕູ້ container ຢູ່ລັດ Essex ປະເທດ ອັງກິດ ໄດ້ເມືອຮອດສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ. 
ສົ່ງສົບຂອງບັນດາຜູ້ປະສົບເຄາະຮ້າຍໃນລົດຕູ້ container ຢູ່ລັດ Essex ປະເທດ ອັງກິດ ກັບເມືອປະເທດ - ảnh 1ສົບຂອງບັນດາຜູ້ປະສົບເຄາະຮ້າຍໃນລົດຕູ້ container ຢູ່ລັດ Essex ປະເທດ ອັງກິດ ໄດ້ເມືອຮອດສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ

 ຕອນເຊົ້າວັນທີ 27 ພະຈິກ, ໂດຍປະຕິບັດຕາມຄໍາຊີ້ນໍາຂອງນາຍົກລັດຖະມົນຕີຫວຽດນາມ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບບັນດາອົງການຮັບຜິດຊອບ ແລະ ທ້ອງຖິ່ນຢູ່ພາຍໃນປະເທດ ສົ່ງ 16 ໃນຈໍານວນ 39 ສົບ ຂອງຜູ້ປະສົບເຄາະຮ້າຍຢູ່ລັດ Essex, ທາງທິດຕາເວັນອອກສ່ຽງເໜືອ ລອນດອນ, ປະເທດ ອັງກິດ ເມືອຮອດສະໜາມບິນສາກົນໂນ້ຍບາຍ, ຮ່າໂນ້ຍ. ຜູ້ຕາງໜ້າບັນດາທ້ອງຖິ່ນທີີ່ມີຜູ້ປະສົບເຄາະຮ້າຍ ໄດ້ຮັບ ແລະ ສົ່ງສົບຜູ້ປະສົບເຄາະຮ້າຍກັບເມືອທ້ອງຖິ່ນ ເພື່ອມອບຕໍ່ໃຫ້ຄອບຄົວຂອງຜູ້ຖືກເຄາະຮ້າຍ.

        ປັດຈຸບັນ, ບັນດາອົງການຮັບຜິດຊອບຂອງຫວຽດນາມ ແລະ ອັງກິດ ພວມສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອສົ່ງສົບຂອງຜູ້ປະສົບເຄາະຮ້າຍຈໍານວນຍັງເຫຼືອໃຫ້ກັບເມືອປະເທດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ