ສົ່ງ​ອັດ​ຖິທະ​ຫານ​ອາ​ສາ​ສະໝັກ, ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ ລາວ ກັບ​ຄືນ​ເມືອ​ປະ​ເທດ

(VOVWORLD) -ຕອນເຊົ້າວັນທີ 19 ມັງກອນ, ຢູ່ແຂວງ ອຸດົມໄຊ, ພາກເໜືອ ລາວ, ໄດ້ດໍາເນີນພິທີຈັດສົ່ງອັດຖິ 14 ຊຸດ ຂອງທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ ລາວ ກັບຄືນເມືອປະເທດ.
ສົ່ງ​ອັດ​ຖິທະ​ຫານ​ອາ​ສາ​ສະໝັກ, ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ ລາວ ກັບ​ຄືນ​ເມືອ​ປະ​ເທດ - ảnh 1ສົ່ງອັດຖິ 14 ຊຸດ ຂອງທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ ລາວ ກັບຄືນເມືອປະເທດ (ພາບ: TTXVN)

 ໃນຄັ້ງນີ້, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 ຊອກຫາໄດ້ອັດຖິ 14 ຊຸດ ຂອງທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອລາວ, ໃນນັ້ນ ມີອັດຖິ 1 ຊຸດ ໄດ້ຢັ້ງຢືນລາຍຊື່ ແລະ ບ້ານເກີດ. ຄາດວ່າ ພິທີໄຫວ້ອາໄລ ແລະ ປົງອັດຖິນັກຮົບ 13 ຊຸດ ທີ່ຍັງບໍ່ທັນໄດ້ຢັ້ງຢືນລາຍຊື່ຈະດຳເນີນໃນວັນທີ 20 ມັງກອນ ຢູ່ ເຂດສຸສານ ຕົງຄາວ, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ. ໃນວັນດຽວກັນ, ຄະນະປະຕິບັດງານສືບຕໍ່ເດີນທາງເພື່ອມອບອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫຼໍ່ວັນຟຽວ ໃຫ້ແກ່ແຂວງ ລາຍເຈົາ.

ຕອບກັບ

ຂ່າວ/ບົດ​ອື່ນ