ສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳໃນ 8 ເດືອນ

ສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳໃນ 8 ເດືອນ - ảnh 1
ພາບປະກອບ: internet

(vovworld) - ຕາມ​ກະ​ຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ແລ້ວ,​ ຍອດ​ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ ​ໃນ 8 ​ເດືອນ​ຕົ້ນປີ 2012 ບັນລຸ​ກວ່າ 18 ຕື້ USD, ​ເພີ່ມ​ຂຶ້ນ 9,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ອາ​ເມ​ລິ​ກາ ຍັງ​ຄົງ​ແມ່ນ​ຕະຫລາດ​ນຳ​ຫນ້າ​ໃນ​ການ​ນຳເຂົ້າ​ສິນ​​ໃນ​ນ້ຳ​ຈາກ​ ຫວຽດນາມ​, ກວມ 20% ອັດຕາ​ສ່ວນຕະຫລາດ. ຖັດມາ​ແມ່ນຍີ່ປຸ່ນ ​ແລະ ສ​ເກົາຫລີ.

ຂ່າວ/ບົດ​ອື່ນ