ສົ່ງ​ເສີມ​ການ​ກະ​ຕຸ້ນ​ການ​ທ່ອງ​ທ່ຽວ ຢູ່ແຂວງ​ກ໋​ວາງ​ນິງ ແລະ ຮ່າ​ຢາງ

(VOVWORLD) -ໃນ “ລາຍການສົ່ງເສີມ, ກະຕຸ້ນການທ່ອງທ່ຽວແຂວງກ໋ວາງນິງປີ 2020” ຕອນບ່າຍວັນທີ 17 ກໍລະກົດ, ຢູ່ນະຄອນໂຮ່ຈີມິນ, ຂະແໜງທ່ອງທ່ຽວ ແຂວງກ໋ວາງນິງ ໄດ້ແນະນຳບັນດານະໂຍບາຍບຸລິມະສິດ ແລະ ມາດຕະການກະຕຸ້ນການທ່ອງທ່ຽວໃຫ້ ວິສາຫະກິດທ່ອງທ່ຽວ, ບໍລິສັດທ່ອງທ່ຽວ ຢູ່ເຂດພາກໃຕ້.
ສົ່ງ​ເສີມ​ການ​ກະ​ຕຸ້ນ​ການ​ທ່ອງ​ທ່ຽວ ຢູ່ແຂວງ​ກ໋​ວາງ​ນິງ ແລະ ຮ່າ​ຢາງ - ảnh 1ທ່ານເຈີນດຶກກຸ໊ຍ, ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຢາງແນະນຳ, ໂຄສະນາບັນດາຈຸດນັດພົບຢູ່ຮ່າຢາງ ທີ່ໂຮ່ຈີມິນໃນວັນທີ 17 ກໍລະກົດ (ພາບ: TTXVN) 

ທີ່ກອງປະຊຸມ, ບັນດາພະແນກ, ຂະແໜງການທ່ອງທ່ຽວ ທີ່ມາຈາກບາງທ້ອງຖິ່ນກໍ່ໃຫ້ຮູ້ວ່າ, ການກະຕຸ້ນຊຸກຍູ້ການເຕີບໂຕແຂກທ່ອງທ່ຽວພາຍໃນປະເທດ ແມ່ນຕະຫຼາດເປົ້າໝາຍໃນໄລຍະຈະມາເຖິງ, ດັ່ງນັ້ນຕ້ອງສົ່ງເສີມປະຊາຊົນໄປຢ້ຽມຊົມທ່ອງທ່ຽວຢູ່ຫຼາຍເຂດ, ຫຼາຍພາກ, ດໃນທົ່ວປະເທດ. ພ້ອມກັນນັ້ນ, ຕາງໜ້າບາງຮາກຖານພັກເຊົາ, ຮ້ານອາຫານຢູ່ແຂວງຮ່າຢາງ ກໍ່ໄດ້ລົງນາມການຮ່ວມມືພັດທະນາການທ່ອງທ່ຽວກັບວິສາຫະກິດທ່ອງທ່ຽວ, ບໍລິສັດທ່ອງທ່ຽວຢູ່ນະຄອນໂຮ່ຈີມິນ…

ຕອບກັບ

ຂ່າວ/ບົດ​ອື່ນ